spot_img
Homeຂ່າວຕ່າງປະເທດຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ

ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ

Published on

ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ

 258908

ເວັບໄຊທ໌ຂ່າວຈີນ “ນິວສ໌ຊິນາ” ລາຍງານຈາກມົນທົນກວາງຕຸ້ງ ປະເທດຈີນເມື່ອວັນທີ 25 ກຸມພາ ວ່າ: ໄດ້ມີຊາຍໜຸ່ມຊາວຈີນ ຄົນໜຶ່ງໃດ້ປ່ອນ “ໄອໂຟນ6” ຂອງຕົນເອງໃສ່ຕູ່ບໍລິຈາກ ໃນວັດດັງແຫ່ງໜຶ່ງຂອງ ເມືອງຝູຊານມົນທົນກວາງຕຸ້ງ ແທນການບໍລິຈາກດ້ວຍເງິນ, ທັ່ງນີ້ວັດດັ່ງກ່າວໄດ້ເປັນວັດ ທີ່ມີຊື່ສຽງມີຜູ້ຄົນຫຼາຍພັນຄົນເດີນທ່າງມາຢ້ຽມຊົມ ແລະ ທໍາບຸນດ້ວຍການຈູດທູບຂໍພອນ ພ້ອມບໍລິຈາກເງິນໃນຊ່ວງເທດສະການວັນຢຸດ ກຸດຈີນທີ່ຜ່ານມາ.

ຈາກຂໍ້ມູນຂອງຜູ້ທີ່ເປັນຄົນຖ່າຍຮູບເວົ້າວ່າ ຂະນະທີ່ຊາຍຜູ້ນີ້ທໍາການບໍລິຈາກໃຫ້ວັດ ດ້ວຍໄອໂຟນ ໄດ້ໄລຍະໜຶ່ງ ເຈົ້າໜ້າທີ່ຂອງທາງວັດກໍ່ອອກມາໄຂຕູ້ບໍລິຈາກ ນໍາໂທລະສັບໄປຄືນໃຫ້ລາວ ພ້ອມທັງກ່າວວ່າ ທາງວັດຮັບແຕ່ປັດໄຈເທົ້ານັ້ນ ວັດຖຸສິ່ງຂອງໂດຍສະເພາະ ໄອໂຟ6 ແບບນີ້ບໍ່ຮູ້ວ່າຈະໃຫ້ພະສົງນໍາໄປເຮັດແບບໃດ ຈຶ່ງຄືນໃຫ້ກັບຜູ້ໃຈບຸນ.

ດັ່ງນັ້ນ ຊາຍໜຸ່ມຄົນດັ່ງກ່າວຈຶ່ງຮັບໄອໂຟນ ຂອງຕົນເອງຄືນມາ ແລ້ວຈົກທະນາບັດໃບ100 ຢວນ ຈໍານວນຫຼາຍໃບອອກມາແລ້ວ ປ່ອນໃສ່ໃນຕູ້ບໍລິຈາກແທນ ແລ້ວກໍ່ຈາກໄປ.

258909

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...