spot_img
Homeຂ່າວພາຍ​ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ພັດທະນາຂຶ້ນຕໍ່ເນື່ອງ

ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ພັດທະນາຂຶ້ນຕໍ່ເນື່ອງ

Published on

94fa5290bdf2b51a8e010460454dc1aa

ປະຈຸບັນບໍລິສັດຜູ້ພັດທະນາເຂດ ເສດຖະກິດພິເສດສະຫວັນ-ເຊໂນກຳລັງຂຸ້ນຂ້ຽວກໍ່ສ້າງພື້ນຖານໂຄງລ່າງບັນ ດາຈຸດ “ຕ່າງໆ ເພື່ອຮອງຮັບໃຫ້ແກ່ນັກ ທຸລະກິດທັງພາຍໃນ ແລະ ຕ່າງປະເທດຈະເຂົ້າມາລົງທຶນນັບມື້ຫຼາຍຂຶ້ນໃນອະ ນາຄົດ ໂດຍຮອດຂະນະນີ້ມີຫຼາຍໜ້າ ວຽກທີ່ເດີນໜ້າໄປໄດ້ດີ.

ຕາມລາຍງານຈາກທ່ານ ບົວຄຳ ສີສຸ ລາດ ຫົວໜ້າຄະນະບໍລິຫານງານເຂດ ເສດຖະກິດພິເສດສະຫວັນ-ເຊໂນ ຫຼື ຂສສຊ ໃຫ້ຮູ້ບໍ່ດົນມານີ້ວ່າ: ສຳລັບວຽກ ເວນທີ່ດິນ ແລະ ຍົກຍ້າຍປະຊາຊົນອອກ ຈາກເຂດພັດທະນາ ຂສສຊ ນັບວ່າເປັນ ວຽກທີ່ຫຍຸ້ງຍາກສັບສົນ ແລະ ຟົດເດືອດ ຫຼາຍ ແຕ່ຄະນະບໍລິຫານເຂດກໍບໍ່ໄດ້ລົດ ລະຄວາມພະຍາຍາມໃນການແກ້ໄຂບັນ ຫາ ໂດຍຢຶດໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ເປັນຫຼັກ ແລະ ເປັນບ່ອນອີງໃນການແກ້ ໄຂບັນຫາຢ່າງສົມເຫດສົມຜົນ.

ສຳລັບວຽກງານພັດທະນາພື້ນຖານ ໂຄງລ່າງ ແລະ ການກໍ່ສ້າງຕ່າງໆພາຍ ໃນເຂດ, ທາງ ຂສສຊ ກໍໄດ້ເອົາໃຈໃສ່ ຕິດຕາມຄຸ້ມຄອງການພັດທະນາປຸກສ້າງ ໂຮງຈັກໂຮງງານຂອງບໍລິສັດຜູ້ລົງທຶນ ຊຶ່ງມີຄວາມຄືບໜ້າເປັນຢ່າງດີ ເພື່ອຮອງ ຮັບບັນດານັກລົງທຶນທີ່ສົນໃຈຈະເຂົ້າມາ ດຳເນີນກິດຈະການສະເພາະຈຸດ A ແມ່ນ ໄດ້ສຳເລັດການກໍ່ສ້າງສຳນັກງານຫ້ອງ ການຂອງ ຂສສຊ ໂດຍນຳໃຊ້ງົບປະມານ ຂອງລັດສຳເລັດປະມານ 97% ຂອງ ແຜນການ, ພ້ອມນັ້ນກໍມີບໍລິສັດສະຫວັນ ໂລບໍລິການທ່ອງທ່ຽວໄດ້ສຳເລັດການ ປັບລະດັບພື້ນທີ່ໂຄງການຈຳນວນ 2 ເຮັກຕາ ແລະ ກຳລັງດຳເນີນການກໍ່ສ້າງ ອາຄານ 3 ຫຼັງ.

ສ່ວນຈຸດ B ໄດ້ສຳເລັດການກໍ່ສ້າງ ທາງດິນແດງເຂົ້າເຂດຍາວ 650 ແມັດ, ສຳເລັດດຶງຕາຂ່າຍໄຟຟ້າ ແລະ ທໍ່ນ້ຳປະ ປາເຂົ້າເຂດ ແລະ ກໍ່ສ້າງຫ້ອງການບໍລິ ການຜ່ານປະຕູດຽວປະຈຳເຂດທີ່ພົ້ນ ເດັ່ນແມ່ນບໍລິສັດ NIKON LAO ຈາກ ປະເທດຍີ່ປຸ່ນ ທີ່ຜະລິດກ້ອງຖ່າຍຮູບ NIKON ໄດ້ສຳເລັດການສ້າງຕັ້ງໂຮງ ງານ ແລະ ໄດ້ດຳເນີນການຜະລິດໃນ ເດືອນກັນຍາ 2013 ເປັນຕົ້ນມາ ກາຍ ເປັນບໍລິສັດທຳອິດຂອງຍີ່ປຸ່ນທີ່ໄດ້ດຳ ເນີນການຜະລິດຊິ້ນສ່ວນກ້ອງຖ່າຍຮູບ ແລະ ສ່ົງອອກຜະລິດຕະພັນໄປຕ່າງປະ ເທດໄດ້ແລ້ວ.

ພ້ອມນັ້ນກໍມີບໍລິສັດ KOYO ທີ່ລົງ ທຶນຜະລິດຊິ້ນສ່ວນກ້ອງຖ່າຍຮູບສະ ໜອງໃຫ້ບໍລິສັດ NIKON LAO ກໍໄດ້ ເປີດດຳເນີນການຜະລິດໃນຕົ້ນປີ 2014 ຜ່ານມາ ຈາກນັ້ນກໍໄດ້ເຊັນສັນຍາພັດທະ ນາຈຸດ B ກັບບໍລິສັດນ້ຳທາກໍ່ສ້າງຂົວ- ທາງ ຈຳກັດ ຮ່ວມກັບບໍລິສັດ PPSEZ, ຂະຫຍາຍເນື້ອທີ່ຈຸດ B ຈາກ 20 ເຮັກຕາ ເປັນ 372,75 ເຮັກຕາ, ປະຈຸບັນບໍລິສັດ ດັ່ງກ່າວກໍໄດ້ລົງມືບຸກເບີກພື້ນທີ່ພັດທະ ນາໃໝ່ໄດ້ແລ້ວຈຳນວນ 50 ເຮັກຕາ, ການຂະຫຍາຍຕົວຈຸດ B ໃໝ່ຖືວ່າເປັນຜົນສຳເລັດຕາມຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ ll ໄດ້ກຳ ນົດໄວ້.

ຈຸດ C ເຂດນີຖືວ່າເປັນເຂດທີ່ມີການ ພັດທະນາຂະຫຍາຍຕົວກວ່າໝູ່ສາມາດ ປັບພື້ນທີ່ໂຄງການໄດ້ທັງໝົດ 100 ເຮັກ ຕາ, ເທົ່າກັບ 42, 65% ຂອງເນື້ອທີ່ທັງ ໝົດ, ສ້າງທາງຄອນກຣີດ 36,047 ແມັດ, ສ້າງຮ່ອງລະບາຍນ້ຳຂ້າງທາງ ສຳເລັດ 6.000,2 ແມັດ ພ້ອມທັງສຳ ເລັດການດຶງລະບົບໄຟຟ້າ, ນ້ຳປະປາ, ສູນບໍລິການໂທລະຄົມ ເພື່ອຮອງຮັບການ ລົງທຶນຢູ່ໃນເຂດໄດ້ແລ້ວ ພ້ອມດຽວກັນ ນັ້ນຜູ້ພັດທະນາກໍ່ສ້າງຫ້ອງການຂອງ ຕົນສຳເລັດແລ້ວ ແລະ ມີແລ້ວເກືອບ 10 ບໍລິສັດໄດ້ເປີດດຳເນີນກິດຈະການທີ່ປະ ກອບມີບໍລິສັດ TOYOTA Bushoku ຂອງຍີ່ປຸ່ນ ບໍລິສັດ Essilor ຂອງຝຣັ່ງ ຊຶ່ງເປັນບໍລິສັດທີ່ມີຊື່ສຽງລະດັບໂລກໄດ້ ເຂົ້າມາລົງທຶນຜະລິດເພື່ອສົ່ງອອກຢູ່ໃນ ເຂດນີ້.

ຈຸດສຸດທ້າຍຄື D ແມ່ນໄດ້ເຊັນສັນຍາ ພັດທະນາກັບບໍລິສັດສະຫວັນບໍລິການ ຫ້ອງພັກຈຳກັດ ເພື່ອສ້າງຫໍພັກຮອງຮັບ ບັນດາພະນັກງານ-ກຳມະກອນ ທີ່ປະ ກອບອາຊີບໃນ ຂສສຊ ປະຈຸບັນສຳເລັດ ແລ້ວ 1 ຫຼັງ ແລະ ກຳລັງຈະດຳເນີນການ ກໍ່ສ້າງເພີ່ມຕື່ມອີກໃນມໍ່ໆນີ້ ພ້ອມນັ້ນກໍໄດ້ ເຊັນສັນຍາພັດທະນາຫໍພັກ ແລະ ບ້ານ ຈັດສັນກັບບໍລິສັດ Pacifica Streams Development ໃນເນື້ອທີ່ 40 ເຮັກຕາ, ປະຈຸບັນໄດ້ລົງມືກໍ່ສ້າງຫໍພັກ 5 ຊັ້ນຈຳ ນວນ 2 ຫຼັງໆທີ 1 ມໍ່ຈະສຳເລັດແລ້ວ ນອກຈາກນັ້ນກໍຍັງມີບໍລິສັດອາເດີລັງ ຈາກປະເທດຍີ່ປຸ່ນກຳລັງລົງມືກໍ່ສ້າງສູນ ຫັດຖະກຳຖັກຜົມທຽມ.

ຂະນະທີ່ຮອດປະຈຸບັນທ່ານ ບົວຄຳ ສີສຸລາດ ກ່າວຕື່ມວ່າ: ໂຄງການທັງໝົດ ແມ່ນສາມາດຍົກຍ້າຍຜູ້ທີ່ໄດ້ຮັບຜົນກະ ທົບອອກຈາກພື້ນທີ່ແລ້ວ 76 ຄອບຄົວ, ມູນຄ່າ 2.424 ລ້ານກີບ ໃນນັ້ນຢູ່ຈຸດ A ມີ 12 ຄອບຄົວ, ເທົ່າກັບ 4% ອອກຈາກ ພື້ນທີ່ຈຸດ B ໄດ້ 3 ຄອບຄົວເທົ່າກັບ 75% ອອກຈາກພື້ນທີ່ຈຸດ C ໄດ້ 57 ຄອບຄົວ, ເທົ່າກັບ 96% ແລະ ອອກຈາກພື້ນທີ່ຈຸດ D ໄດ້ 187 ຄອບຄົວ, ເທົ່າກັບ 74,5% ຂອງຜູ້ທີ່ໄດ້ຮັບຜົນກະທົບໃນພື້ນທີ່ດັ່ງກ່າວ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...