Homeຂ່າວພາຍ​ໃນການແຜ່ລະບາດຂອງຢາບ້າໃນສັງຄົມ ໜ້າເປັນຫ່ວງ

ການແຜ່ລະບາດຂອງຢາບ້າໃນສັງຄົມ ໜ້າເປັນຫ່ວງ

Published on

images (6)
ປັດຈຸບັນ ບັນຫາຢາເສບຕິດຢູ່ໃນສັງຄົມເຮົາ ໂດຍສະເພາະຢາບ້າ ໄດ້ແຜ່ລາມຢ່າງກວ້າງຂວາງ ແລະ ຂະຫຍາຍຕົວຢ່າງ
ວ່ອງໄວ ຈາກຕົວເມືອງໄປສູ່ຊົນນະບົດ ຈາກເຂດທົ່ງພຽງໄປສູ່ພູດອຍ ເຊິ່ງໃນເມື່ອກ່ອນຜູ້ທີ່ຕົກເປັນທາດຂອງຢາເສບຕິດ
ແມ່ນຊາວໜຸ່ມ ເຍົາວະຊົນ ນັກຮຽນ-ນັກສຶກສາເປັນສ່ວນໃຫຍ່ ແຕ່ໃນປັດຈຸບັນໄດ້ມີພໍ່ຄ້າຊາວຂາຍ ຊາວໄຮ່ນາ ກຳມະ
ກອນ ຊາວຜູ້ອອກແຮງງານຈຳນວນໜຶ່ງ ກໍໄດ້ຕົກເປັນທາດຂອງຢາບ້າເຊັ່ນດຽວກັນ.
ໃນໄລຍະຜ່ານມາ ການຈັດຕັ້ງທຸກຂັ້ນ ໄດ້ໃຫ້ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດ (ຢາບ້າ) ມາຕະຫຼອດ ຍອມຮັບ
ວ່າແກ້ໄຂຍາກແກ້ແລ້ວແກ້ອີກ ແກ້ຊ້ຳໄປ-ຊ້ຳມາ ກາຍເປັນພະຍາດຊຳເຮື້ອທີ່ແກ້ບໍ່ຕົກ ເພາະວ່າພວກຄົນບໍ່ດີຈຳນວນໜຶ່ງ
ມີການເຄື່ອນໄຫວກະທຳຜິດດ້ວຍຫຼາຍຮູບການ ຫຼາຍວິທີ ແລະ ຫຼາຍເລ່ຫຼ່ຽມທີ່ແນບນຽນ ມີຄວາມຮຸນແຮງທ່ີເປັນອັນຕະ
ລາຍຕໍ່ສັງຄົມ.
ພວກເຂົານຳເອົາຢານະລົກນີ້ມາຈອບອອຍ ແລະ ເບື່ອເມົາໄວໜຸ່ມລູກຫຼານຜູ້ທີ່ຮູ້ເທົ່າບໍ່ເຖິງການ ຜ່ານມາໄດ້ເຮັດໃຫ້ນັກ
ຮຽນ-ນັກສຶກສາຈຳນວນໜຶ່ງເສຍທາດຂາດຄຸນ ເຮັດໃຫ້ເກີດສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຊັ່ນ: ຂີ້ລັກ-ງັດ
ແງະ ປຸ້ນ-ຈີ້ ຊີງຊັບ ອາລະວາດຕີກັນ ຂີ່ລົດກວນເມືອງ ກາຍເປັນນັກເລງອັນຕະພານ ຫຼິ້ນກິນຟຸມເຟືອຍຕ່າງໆນາໆ ຢ່າງບໍ່
ຢ້ານຜິດຕໍ່ລະບຽບກົດໝາຍ.
ທ່ານ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກ່າວໃນກອງປະຊຸມແລກປ່ຽນຄວາມຄິດເຫັນຂະບວນ
ການຍຸຕິທຳ 4 ພາກສ່ວນ ໃນວັນທີ 24-25 ມັງກອນຜ່ານມາວ່າ: ປີ 2012 ໃນທົ່ວປະເທດມີຄະດີຢາເສບຕິດເກີດຂຶ້ນທັງໝົດ
1.303 ເລື່ອງ ກັກຜູ້ຕ້ອງຫາໄດ້ 2.219 ຄົນ ຍິງ 407 ຄົນ ຕ່າງປະເທດ 66 ຄົນ ຍິງ 4 ຄົນ.
ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 376 ເລື່ອງ ເທົ່າກັບ 28,88% ສາມາດແກ້ໄຂໄດ້ສຳເລັດ 1.268 ລາຍ ຜູ້ຕ້ອງຫາ 2.078
ຄົນ ຍິງ 400 ຄົນ ຄົນຕ່າງປະເທດ 60 ຄົນ ຍິງ 8 ຄົນ ຂອງກາງທີ່ຢຶດໄດ້ມີເຮໂຣອິນ 54,84 ກິໂລກຼາມ ຢາບ້າ 12.000.906
ເມັດ ຢາຝິ່ນ 199,39 ກິໂລກຼາມ ກັນຊາແຫ້ງ 226.608 ກິໂລກຼາມ ຢຶດປືນໄດ້ 21 ກະບອກ ລູກປືນ 178 ລູກ ລະເບີດ 4
ໜ່ວຍ ລົດໃຫຍ່ 65 ຄັນ ລົດຈັກ 140 ຄັນ ໃນປັດຈຸບັນໄດ້ມີຜູ້ຕົກເປັນທາດຢາເສບຕິດຈຳນວນຫຼວງຫຼາຍ ທີ່ຄວນໄດ້ຮັບ
ການບຳບັດ.
ສະນັ້ນ ໝົດທຸກຄົນໃນສັງຄົມຕ້ອງເປັນເຈົ້າການຮ່ວມກັນ ເພື່ອຫາວິທີສະກັດກັ້ນບັນຫາດັ່ງກ່າວຊ່ວຍກັນໂດຍເລີ່ມຕົ້ນຈາກ
ຕົວເຮົາເອງ ສະຖາບັນຄອບຄົວຕ້ອງເຂັ້ມແຂງ ໂດຍສະເພາະພໍ່-ແມ່ຜູ້ປົກຄອງມີບົດບາດໃນການຮັບຜິດຊອບຊີວິດການ
ເປັນຢູ່ພາຍໃນຄອບຄົວ ຄວນສັ່ງສອນ ແນະນຳລູກຫຼານຂອງຕົນໃຫ້ຮູ້ເຖິງໄພອັນຕະລາຍຂອງຢາເສບຕິດ ຍົກເຫດຜົນຫົນ
ທາງທີ່ຈະກ້າວໄປເປັນທາດຂອງມັນ.
ການຈັດຕັ້ງຂັ້ນບ້ານ ຕ້ອງເດັດຂາດໃນການລົງກວດກາ ແລະ ຊຸກຍູ້ການແກ້ໄຂປະກົດການຫຍໍ້ທໍ້ໃນຂອບເຂດເມືອງຂອງ
ຕົນ ຖ້າບໍ່ດັ່ງນັ້ນ ລູກ-ຫຼານທີ່ເປັນອະນາຄົດຂອງຊາດ ອາດຕົກເປັນທາດຂອງຢາເສບຕິດກໍເປັນໄດ້.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...