spot_img
Homeຂ່າວພາຍ​ໃນລົດຕົກເຫວ ຢູ່ຜົ້ງສາລີ ຕາຍ 5 ຄົນ ເປັນຍິງ 1 ຄົນ

ລົດຕົກເຫວ ຢູ່ຜົ້ງສາລີ ຕາຍ 5 ຄົນ ເປັນຍິງ 1 ຄົນ

Published on

ເວລາປະມານ 09:30 ຕອນເຊົ້າ ວັນທີ 24 ກຸມພາ 2015 ເກີດເຫດ ສະຫຼົດ ລົດຕູ້ສະຕາແລັກ ຕົກເຫວຢູ່ແຖວພູຕາກໍ ເສັ້ນທາງຈະໄປເມືອງຍອດອູ ແຂວງຜົ້ງສາລີ ມີຄົນເສຍຊີວິດ 5 ຄົນ ຍິງ 1 ຄົນ.
ຜູ້ລາຍງານ ຈາກຜົ້ງສາລີ ໄດ້ບອກວ່າ, ຈຸດເກີດເຫດແມ່ນໄກຈາກ ບ້ານຄົນຫຼາຍ ແລະ ກັນດານ.ສາເຫດ ຂອງການເກີດອຸບັດຕິເຫດ ແມ່ນຍັງສະຫຼຸບບໍ່ໄດ້. ດຽວນີ້ ສົບຂອງຜູ້ເສຍຊີວິດ ແມ່ນໄດ້ຖືກນຳມາບ້ານ ເພື່ອຊາປະນະກິດ ຕາມຮີດຄອງປະເພນີແລ້ວ.

ສະແດງຄວາມເສຍໃຈມາຍັງຄອບຄົວ ຜູ້ເຄາະຮ້າຍໃນຄັ້ງນີ້ດ້ວຍ.

ລາຍງານໂດຍ: Jouy khentanone ແລະ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...