Homeລົດຍົນ-ຍານພາຫະນະຕົ້ນເດືອນຜ່ານມາເສຍຊີວິດ 4 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນ

ຕົ້ນເດືອນຜ່ານມາເສຍຊີວິດ 4 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນ

Published on

IMG_0053
ສະຖິຕິການເກີດອຸບັດເຫດຕາມທ້ອງຖະໜົນປະຈຳອາທິດ ລະຫວ່າງວັນທີ 28 ມັງກອນ – 3 ກຸມພາ 2013 ທົ່ວນະຄອນຫຼວງ
ວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 31 ກໍລະນີ ເສຍຊີວິດ 4 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດ 555 ລ້ານກວ່າກີບ.
ຈາກອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີຜູ້ບາດເຈັບເລັກນ້ອຍ 22 ຄົນ ສົມຄວນ 25 ຄົນ ສາຫັດ 7 ຄົນ ແລະ ເສຍຊີວິດ 4 ຄົນ
ຜົນເສຍຫາຍທາງດ້ານພາຫະນະເປ່ເພເລັກນ້ອຍ 21 ຄັນ ສົມຄວນ 38 ຄັນ ໃຊ້ການບໍ່ໄດ້ 2 ຄັນ ອຸບັດເຫດສ່ວນໃຫຍ່ແມ່ນເກີດ
ຢູ່ໃນກຸ່ມອາຊີບກຳມະກອນ ຮອງມາພະນັກງານ ສຳລັບປະເພດຄົນບາດເຈັບ ແລະ ເສຍຊີວິດ ຄົນຂັບບາດເຈັບເລັກນ້ອຍ 12 ຄົນ
ສົມຄວນ 18 ຄົນ ສາຫັດ 5 ຄົນ ເສຍຊີວິດ 3 ຄົນ ສ່ວນຜູ້ຊ້ອນທ້າຍເຈັບເລັກນ້ອຍ 3 ຄົນ ສົມຄວນ 2 ຄົນ ສາຫັດ 1 ຄົນ
ແລະ ເສຍຊີວິດ 1 ຄົນ ຈາກລົດໂດຍສານ.
ເມືອງທີ່ເກີດອຸບັດເຫດໄດ້ແກ່ ຈັນທະບູລີ 6 ຄັ້ງ ສີໂຄດຕະບອງ 7 ຄັ້ງ ສີສັດຕະນາກ 4 ຄັ້ງ ໄຊເຊດຖາ 4 ຄັ້ງ ຫາດຊາຍຟອງ
2 ຄັ້ງ ໄຊທານີ 2 ຄັ້ງ ນາຊາຍທອງ 2 ຄັ້ງ ປາກງື່ມ 1 ຄັ້ງ ແລະ ສັງທອງ 1 ຄັ້ງ ປະເພດພາຫະນະທີ່ເກີດອຸບັດເຫດລົດຈັກ
30 ຄັນ ລົດເບົາ 27 ຄັນ ລົດບັນທຸກໜັກ 2 ຄັນ ສາຍທາງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນຖະໜົນ 13 ເໜືອ ເວລາທີ່ມັກ
ເກີດເຫດແມ່ນເລີ່ມແຕ່ເວລາ 19:00 ໂມງຫາ 24:00 ໂມງ.
ສາຍເຫດຫຼັກຂອງການເກີດອຸບັດເຫດໃນແຕ່ລະຄັ້ງ ຍ້ອນຜູ້ທີ່ໃຊ້ລົດໃຊ້ຖະໜົນຍັງລະເມີດຕໍ່ກົດລະບຽບຈະລາຈອນ ໃຊ້ຄວາມໄວ
ເກີນກຳນົດ ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ມີຄວາມປະມາດ ເມົາແລ້ວຂັບ ບວກກັບສະພາບເສັ້ນທາງເປັນຂຸມ ແລະ ບາງສາຍມີ
ການສ້ອມແປງຍິ່ງເຮັດໃຫ້ການສັນຈອນມີຄວາມສັບສົນ ການເກີດອຸບັດເຫດໃນແຕ່ລະຄັ້ງ ມັນໄດ້ສົ່ງຜົນເສຍຫາຍທາງດ້ານຊີວິດ
ວັດຖຸ ຈິດໃຈ ແລະ ອື່ນໆ.
ຂໍ້ມູນທັງໝົດນີ້ແມ່ນບົດສະຫຼຸບປະຈຳອາທິດຂອງພະແນກຈະລາຈອນ ນະຄອນຫຼວງວຽງຈັນ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...