ຮໍາຊິດ ຍິງຝັງ! ອັຊຊູຣ່າ 10 ຄົນເກັ່ງທຸບ ຊາສຊູ 2-0
ມາເຣ໊ຄ ຮໍາຊິດ ຍິງປະຕູຢໍ້າໄຊຊະນະພາ “ອັຊຊູຣ່າ” ນາໂປລີ ທີ່ເຫຼືອ 10ຄົນໃນເຄິ່ງຫຼັງ ປີດບ້ານເອົາຊະນະ ຊາສຊູໂອໂລ່ 2-0 ຄວ້າສາມແຕ້ມເກັບເພີ່ມເປັນ 45 ຄະແນນ ໄລ່ຈີ້ອາແອສ ໂຣມ່າ ທີມອັນດັບສອງເຫຼືອ 3 ແຕ້ມ, ໃນລາຍການແຂ່ງຂັນບານເຕະ ກັລໂຊ່ ເຊເຣຍ ອາ ອີຕາລີ ນັດທີ່ 24 ເມື່ອຄືນວັນຈັນທີ່ 23ກຸມພາ 2015 ທີ່ຜ່ານມາ.
ນາໂປລີ 2-0 ຊາສຊູໂອໂລ່
ສະໜາມ: ສະຕາດິໂອ ຊານເປົາໂລ