Homeຂ່າວຕ່າງປະເທດກຸ່ມ IS ຂູ່​ຈະ​ຍຶດ​ໂຣມ ປະ​ເທ​ດ​ອີ​ຕາ​ລີ ລະ​ບຸ​ຈະ​ໂຍນ​ພວກ​ເກ ລົງ​ຫໍ​ງ່ຽງ​ປິ​ຊາ!

ກຸ່ມ IS ຂູ່​ຈະ​ຍຶດ​ໂຣມ ປະ​ເທ​ດ​ອີ​ຕາ​ລີ ລະ​ບຸ​ຈະ​ໂຍນ​ພວກ​ເກ ລົງ​ຫໍ​ງ່ຽງ​ປິ​ຊາ!

Published on

EyWwB5WU57MYnKOuFqOfFIImHua0h5P7vDFNi1h1LwbPyA7hHpLS6p

ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະ​ລາມ ຂູ່​ຊາດ​ຕ​າ​ເວັນ​ຕົກ ກຽມ​ບຸກ​ຍຶດ​ເມືອງ​ຫລວງ​ຂອງ​ປະ​ເທດ​ອີ​ຕາ​ລີ ບອກ​ຈະ​ໂຍນ​ພວກ​ເກ​ລົງ​ຫໍ​ງ່ຽງ​ປິ​ຊາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ໄດ້​ຂູ່​ວ່າ​ຈະ​ບຸກ​ຍຶດ​ນະ​ຄອນ​ຫລວງ​ໂຣມ ເມືອງ​ຫລວງ​ຂອງ​ປະ​ເທດ​ອີ​ຕາ​ລີ ໂດຍ​ລະ​ບຸ​ຈະ​ໂຍນ​ພວກ​ຊາຍ​ຮັກ​ຊາຍ ລົງ​ຈາກ​ຫໍ​ງ່ຽງ​ປິ​ຊາ ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊື່​ດັງ​ຂອງ​ອີ​ຕາ​ລີ.

​ທັງ​ນີ້ ເກ​ຖື​ເປັນ​ສິ່ງ​ທີ່ຍອມ​ຮັບ​ບໍ່​ໄດ້​ໃນ​ສັງ​ຄົມ​ຊາວ​ມຸດ​ສະ​ລິມ ໂດຍ​ຜ່ານ​ມາ​ກຸ່ມ​ລັດ​ອິດ​ສະ​ລາມ ໄດ້​ເຄີຍ​ລົງ​ມື​ສັງ​ຫານ​ເກ​ມາ​ແລ້ວ ດ້ວຍ​ການ​ຈັບ​ໂຍນ​ລົງ​ຈາກ​ຕຶກ ເຊິ່ງ​ມີ​ໃຫ້​ເຫັນ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ​ມາ​ແລ້ວ ເມື່ອ​ຕົ້ນ​ເດືອນ​ທີ່​ຜ່ານ​ມາ.

ຢ່າງ​ໃດ​ກໍ​ຕາມ ທາງ​ດ້ານ​ຜູ້​ບັນ​ຊາ​ການ​ທະ​ຫານ ພາຍ​ໃນ​ລັດ​ວາ​ຕິ​ກັນຂອງ​ອີ​ຕາ​ລີ ໄດ້​ມີ​ການ​ຈັດ​ກຽມ​ກຳ​ລັງ​ທະ​ຫານ​ເຂົ້າ​ອາ​ລັກ​ຂາ​ເຖິງ 110 ຄົນ ເພື່ອ​ໄປ​ປະ​ຈຳ​ການ​ຢູ່​ໃນ​ຖະ​ໜົນ​ສາຍ​ສຳ​ຄັນ​ຕ່າງໆ ບ່ອນ​ທີ່​ເປັນ​ຈຸດ​ສ່ຽງ​ຕໍ່​ການ​ກໍ່​ການ​ຮ້າຍ ລວມ​ເຖິງ​ໄດ້​ຈັດ​ສົ່ງ​ກຳ​ລັງ​ທະ​ຫານ ໄປ​ປ້ອງ​ກັນ​ຢູ່​ຕາມ​ໂຮງ​ຮຽນ​ຂອງ​ຊາວ​ຢິວ ແລະ ເຂດ​ຊຸມ​ຊົນ​ຕ່າງໆ​ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...