spot_img
Homeຂ່າວພາຍ​ໃນເຮຍຕົ້ງບອກລົດຕົນເອງຖືກຍີງແທ້ ແຕ່ຂໍອະໂຫສິກຳ

ເຮຍຕົ້ງບອກລົດຕົນເອງຖືກຍີງແທ້ ແຕ່ຂໍອະໂຫສິກຳ

Published on

ຈາກກະແສຂ່າວວ່າ ຕອນຄ່ຳຂອງວັນທີ 20 ກຸມພາ 2015 ທີ່ຜ່ານມາ ທ່ານ ຕົ້ງ ຫອມສົມບັດ ຫຼືທີ່ຮູ້ຈັກກັນໂດຍທົ່ວໄປວ່າ ເຮຍຕົ້ງ ຖືກຄົນຮ້າຍໄລ່ຖະຫຼົ່ມຍິງ ຄາລົດເກັງຂອງຕົນນັ້ນ ຫຼ້າສຸດມື້ນີ້ ວັນທີ 22 ກຸມພາ 2015 ຜູ້ໃຊ້ເຟສບຸກຜູ້ໜຶ່ງທີ່ຊື່ Tong Hsb ເຊິ່ງເຊື່ອວ່າເປັນເຟສບຸກຂອງທ່ານຕົ້ງເອງ ໄດ້ມີການໂພສຂໍ້ຄວາມທຳນອງຢືນຢັນວ່າ ຂ່າວທີ່ອອກໄປນັ້ນເປັນເລື່ອງຈິງ ແຕ່ກໍອະໂຫສິກຳໃຫ້ຄົນຮ້າຍ ເພື່ອເປັນການຍຸຕິບັນຫາ ເຊິ່ງຂໍ້ຄວາມດັ່ງກ່າວມີດັ່ງນີ:
“ສະບາຍດີ ທຸກໆທ່ານ ຂ້າພະເຈົ້າ ຕົ້ງຫອມສົມບັດ ໃນຂ່າວທໍລະໂຄງນັ້ນ ມັນມີຄວາມຈິງແທ້ເດີ ຜ່ານມາຂ້າພະເຈົ້າກໍເປັນນັກທຸລະກິດ ຫນຸ່ມນ້ອຍຜູ້ຫນຶ່ງ ເຊິ່ງເຮັດທຸລະກິດປະສົບຜົນສຳເລັດແດ່ ໃນໄລຍະຜ່ານມາ ແຕ່ການເຮັດທຸລະກິດຜ່ານມາມັນກໍ່ບໍ່ໄດ້ງ່າຍ ກວ່າຈະໄດ້ເງິນມາແຕ່ລະກີບ ແຕ່ຂ້າພະເຈົ້າຜ່ານມາເປັນຄົນທີ່ມີຄົນຮູ້ຈັກ ແລະກໍ່ມີຊື່ສຽຽຫລາຍສົມຄວນ ຍ້ອນນິດໄສຂ້າພະເຈົ້າເປັນຄົນມັກຊ່ວຍເຫລືອສັງຄົມ ມັກອອກສັງຄົມ ທຸລະກິດແຕ່ລະຢ່າງເຖິງວ່າມັນຈະຫຍຸ້ງຍາກແຕ່ກໍ່ຜ່ານມາໄດ້ ແລະກໍປະສົບຜົນສຳເດັດຂັ້ນຫນຶ່ງ ແຕ່ໄລຍະຜ່ານມາກໍ່ມີບຸກຄົນບໍ່ດີ ຫວັງຮ້າຍຕໍ່ຕົວຂ້າພະເຈົ້າມາຕະຫລອດສອງສາມປີຜ່ານມາ ໂດຍໃສ່ຂ່າວວ່າຂ້າພະເຈົ້າຄ້າຂາຍສິ່ງຜິດກົດຫມາຍ,ຖຶກຈັບກຸມ,ຢູ່ປະເທດນີ້ປະເທດນັ້ນ,ຖືກຂ້າຕາຍແລ້ວ, ຂ່າວຄາວຜ່ານມາກະຄ່ອຍໆງຽບຫາຍໄປ. ຈົນມາຮອດໃນວັນທີ່ 20/02/2015,ຈຶ່ງບໍ່ຄິດບໍ່ຝັນວ່າຈິດໃຈຂອງຄົນມັນໂຫດຮ້າຍເຖິງພຽຽນີ້. ແຕ່ຂ້າພະເຈົ້າກໍ່ຂໍອະໂຫສິກຳໃຫ້ຜູ້ທຳຮ້າຍຂ້າພະເຈົ້າ. ຂໍຂອບໄຈ.22/02/2015”
ທັງນີ້ ຂ່າວທີ່ຖືກເຜີຍແຜ່ອອກໄປກ່ອນໜ້ານັ້ນ ໄດ້ກ່າວວ່າລົດຂອງທ່ານຕົ້ງ ທີ່ມີທ່ານຕົ້ງແລະຄົນຂັບລົດນັ່ງຢູ່ໃນ ຖືກຍິງ 26 ນັດ ເຮັດໃຫ້ລູກປືນຖືກບ່າຄົນຂັບລົດ 4 ລູກ ສ່ວນທ່ານຕົ້ງແມ່ນບໍ່ໄດ້ຮັບບາດເຈັບ ແລະບໍ່ມີໃຜເສຍຊີວິດ.

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...