Homeຂ່າວພາຍ​ໃນທົ່ວນະຄອນຫຼວງວຽງ​ຈັນ ມີສະມາຊິກຊາວໜຸ່ມ ປປລ ຫຼາຍກວ່າ 3 ແສນຄົນ

ທົ່ວນະຄອນຫຼວງວຽງ​ຈັນ ມີສະມາຊິກຊາວໜຸ່ມ ປປລ ຫຼາຍກວ່າ 3 ແສນຄົນ

Published on

20150203105215

ຊາວ​ໜຸ່ມ​ປະຊາຊົນປະຕິວັດລາວ ຖື​ເປັນ​ກຳລັງ​ແຮງ​ທີ່​ສຳຄັນ ໃນ​ການ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ເປັນ​ກຳລັງ​ສັງ​ລວມ​ການ​ສ້າງຄວາມ​ເຂັ້ມແຂງ​ທາງ​ດ້ານ​ເສດຖະ​ກິດ-ສັງຄົມ ເຊິ່ງ​ຊາວ​ໜຸ່ມ ​ປປລ ໄດ້​ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເປັນຕົ້ນ​ແມ່ນ ​ການຈັດຕັ້ງ​ປະຕິບັດວຽກ​ງານ 4 ບຸກ​ຂອງ​ຂັ້ນ​ເທິງວາງ​ອອກ​ໃຫ້​ປະສົບ​ຜົນ​ເປັນ​ຈິງ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວໜຸ່ມ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ທີ 7 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ ລະຫວ່າງ​ວັນ​ທີ 3-4 ກຸມພາ 2015 ຢູ່​ທີ່​ສູນ​ການ​ຮ່ວມ​ມືສາກົນ ລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ສະຫາຍ ບຸນ​ຕາ ເທບພະ​ວົງ ເລຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງ​ວຽງ​ຈັນ (ນວ) ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ສະຫາຍ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະ​ບໍລິຫານ​ງານ​ສູນກາງ​ຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ ສະຫາຍ ສີ​ຫຸນ ສິດທິ​ລືໄຊ ຮອງ​ເລຂາ​ຄະນະ​ພັກ ຜູ້​ຊີ້​ນຳວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ນະຄອນຫຼວງ​ວຽງ​ຈັນ ການ​ນຳ ນວ ຜູ້ຕາງໜ້າ​ສະ​ມາຊິກ​ຊາວ​ໜຸ່ມຈາກ​ຫ້ອງການ ພະແນກ​ການ ແລະ ຮາກ​ຖານ​ອ້ອມຂ້າງ ນວ.

ສະຫາຍ ບຸນ​ຕາ ເທບ​ພະ​ວົງ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ ຄະນະ​ບໍລິຫານ​ງານ ​ຊປປລ ນວ ຊຸດ​ທີ 6 (2010-2015) ເຫັນ​ວ່າ: ຊາວ​ໜຸ່ມ ນວ ໄດ້​ເອົາໃຈໃສ່​ຢ່າງຕັ້ງໜ້າ ​ເຂົ້າ​ໃນ​ວຽກ​ງານ​ສຶກ​ສາອົບຮົມ ແລະ ເຜີຍແຜ່​ວຽກ​ງານການເມືອງ​ແນວ​ຄິດ​ໃຫ້​ແກ່​ສະມາຊິກ​ໃນ​ທຸກ​ຂັ້ນທຸກ​ລະດັບ ອັນ​ໄດ້ເຮັດ​ໃຫ້​ຊາວ​ໜຸ່ມ​ກຳ​ໄດ້​ແນວທາງ​ນະໂຍບາຍ​ຂອງ​ພັກ ລະບຽບ​ກົດໝາຍ​ຂອງ​ລັດ ຕະຫຼອດ​ຮອດ​ມະຕິຄຳ​ສັ່ງ ຂໍ້​ກຳນົດ ກົດ​ລະບຽບ​ຂອງຂັ້ນ​ເທິງ​ວາງ​ອອກ ເອົາໃຈໃສ່​ປັບປຸງ ແລະ ຂະຫຍາຍ​ການຈັດຕັ້ງໃຫ້​ມີ​ຄວາມ​ເຂັ້ມແຂງ ຮັບປະກັນໄດ້​ທັງ​ປະລິມານ-ຄຸນະພາບ ປັດຈຸ​ບັນ​ທົ່ວ ນວ ມີ​ໜ່ວຍ​ຊາວ​ໜຸ່ມທັງ​ໝົດ 782 ໜ່ວຍ ໃນ​ນັ້ນ ຊາວໜຸ່ມ​ບ້ານ 482 ໜ່ວຍ ຂົງເຂດ ​ປກຊ-​ປກສ 40 ໜ່ວຍ ແລະ ພະແນກ​ການ ຫ້ອງການ​ຕ່າງໆ ຈຳນວນ 260 ໜ່ວຍ ມີ​ຄະນະ​ບໍ​ລິຫານ​ງານ​ຊາວ​ໜຸ່ມ 9 ຕົວ​ເມືອງ ແລະ 2 ກອງ​ບັນຊາ​ການ ມີ​ສະມາ​ຊິກ​ຊາວ​ໜຸ່ມ​ທັງ​ໝົດ 326.095 ຄົນ ຍິງ 167.546 ຄົນ ວຽກ​ງານ​ຂະ​ບວນ​ການ ​ໄດ້ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ​ລາວ ສາມາດ​ຈັດ​ປະເພດ​ໜ່ວຍ​ຊາວ​ໜຸ່ມເຂັ້ມແຂງ​ໄດ້ 244 ໜ່ວຍ ກາງ 5 ໜ່ວຍ ແລະ ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ຈຳນວນ 533 ໜ່ວຍ ສະມາ​ຊິກ​ເຂັ້ມແຂງ​ມີ 14.190 ຄົນ ກາງ 947 ຄົນ ປະເພດ​ອ່ອນ 21 ຄົນ ຄຽງ​ຄູ່​ກັນ​ນັ້ນ ຍັງ​ເປັນ​ເຈົ້າການ​ປະກອບສ່ວນ​ຢ່າງ​ຫ້າວຫັນ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເພື່ອຕ້ານ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ ຊຸກຍູ້-ສົ່ງເສີມ​ວຽກ​ງານ​ສ້າງເສດຖະກິດ​ຄອບຄົວ ​ໃຫ້​ມີ​ຄວາມເຂັ້ມແຂງ​ຮອບດ້ານ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ ແລະ ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ບົດລາຍ​ງານ​ ຂອງ​ຊາວ​ໜຸ່ມ​ຂະແໜງການ​ອ້ອມ​ຂ້າງ ນວ ເປັນຕົ້ນ​ແມ່ນ ວຽກ​ງານ​ການ​ປະກອບສ່ວນ​ເຂົ້າໃນ​ການ​ສ້າງສາ ແລະ ພັດທະນາ ນວ ຂອງ​ອົງ​ການຈັດຕັ້ງ​ມະຫາຊົນ ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ​ໃນ​ເງື່ອນໄຂ​ໃໝ່ ການ​ເຝົ້າ​ລະວັງ​ພະຍາດ​ຕິດຕໍ່ຈາກ​ຄົນ​ສູ່​ຄົນ ຈາກ​ສັດ​ສູ່​ຄົນ ການ​ສ້າງຕັ້ງ​ກອງ​ອາສາ​ສະໝັກຊາວ​ໜຸ່ມ​ຕະລຸມບອນ ແລະ ບົດຮຽນ​ການຈັດຕັ້ງ​ປະຕິບັດ​ວຽກງານ​ຂໍ້​ແຂ່ງຂັນ 4 ບຸກຂອງຊາວ​ໜຸ່ມ​ເມືອງ​ຈັນທະ​ບູ​ລີ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...