Homeຂ່າວພາຍ​ໃນກຸ່ມ IS ສັງ​ຫານ​ນັກ​ບິນ​ຈໍ​ແດນ​ແລ້ວ! ດ້ວຍ​ວິ​ທີ​ມະ​ຫາ​ໂຫດ ຈັບ​ໃສ່​ກົງ​ເຜົາ​ທັງ​ເປັນ!

ກຸ່ມ IS ສັງ​ຫານ​ນັກ​ບິນ​ຈໍ​ແດນ​ແລ້ວ! ດ້ວຍ​ວິ​ທີ​ມະ​ຫາ​ໂຫດ ຈັບ​ໃສ່​ກົງ​ເຜົາ​ທັງ​ເປັນ!

Published on

Jord_1

ກຸ່ມ​ລັດ​ອິດ​ສະ​ລາມ ສັງ​ຫານ​ແລ້ວ​ນັກ​ບິນ​ຈໍ​ແດນ ດ້ວຍ​ວິ​ທີ​ມະ​ຫາ​ໂຫດ ຈັບ​ໃສ່​ກົງ​ເຫລັກ​ຈູດ​ໄຟ​ເຜົາ​ທັງ​ເປັນ ຫລັງ​ເຈ​ລະ​ຈາ​ປ່ຽນ​ຕົວ​ປະ​ກັນ​ຫລົ້ມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ກຸມ​ພາ​ນີ້​ວ່າ ກອງ​ກຳ​ລັງ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ ການ​ສັງ​ຫານ​ຕົວ​ປະ​ກັນ​ລາຍ​ລ່າ​ສຸດ ທ່ານ ໂມ​ອັດ ອັນ-ຄັດ​ຊັດ​ເບ ນັກ​ບິນ​ຈໍ​ແດນ ດ້ວຍ​ການ​ເຜ​ົ​າ​ທັງ​ເປັນ ເຊິ່ງວີ​ດີ​ໂອ​ດັ່ງ​ກ່າວ ແມ່ນ​ເປັນ​ພາບ​ຂອງ​ຜູ້​ເຄາະ​ຮ້າຍ​ຖືກ​ຂັງ​ຢູ່​ໃນ​ກົງ​ເຫລັກ ກ່ອນ​ທີ່​ຈະ​ຖືກ​ໄຟ​ເຜົາ​ທັງ​ເປັນ ເຮັດ​ໃຫ້​ແປວ​ໄຟ​ລຸກ​ຖ້ວມ​ທົ່ວ​ຮ່າງ​ກາຍ ເຊິ່ງ​ການ​ປະ​ຫານ​ຊີ​ວິດ​ຕົວ​ປະ​ກັນ​ລາຍ​ນີ້ ແມ່ນ​ຖື​ເປັນ​ວິ​ທີ​ການ​ທີ່​ແຕກ​ຕ່າງ​ຈາກ​ຕົວ​ປະ​ກັນ​ລາຍ​ອື່ນໆ​ຜ່ານ​ມາ ທີ່​ຖືກ​ກຸ່ມ​ດັ່ງ​ກ່າວ​ສັງ​ຫານ​ດ້ວຍ​ການ​ຕັດ​ຄໍ.

ການ​ສັງ​ຫານ​ໂຫດ​ດັ່ງ​ກ່າວ​ນີ້ ມີ​ຂຶ້ນ​ຫລັງ​ທາງ​ການ​ຈໍ​ແດນ​ໄດ້​ຮັບ​ຂໍ້​ສະ​ເໜີ​ຈາກ​ກຸ່ມ IS ໃນ​ການ​ແລກ​ປ່ຽນ​ຕົວ​ປະ​ກັນ​ລາຍ​ດັ່ງ​ກ່າວ ກັບ​ນັກ​ໂທດ​ຍິງ ຊາ​ຈິ​ດາ ອັນ-ຣິ​ຊາ​ວີ ມື​ລະ​ເບີດ​ຍິງ​ຂອງ​ກຸ່ມ​ເຄືອ​ຂ່າຍ​ລັດ​ອິດ​ສະ​ລາມ ທີ່​ຖືກ​ຈໍ​ແດນ​ຈັບ​ກຸມ​ໄວ້ ໂດຍ​ມີ​ການ​ຂີດ​ເສັ້ນ​ຕາຍ​ພາຍ​ໃນ​ຕອນ​ແລງ​ຂອງວັນ​ທີ 29 ມັງ​ກອນ​ຜ່ານ​ມາ ແຕ່​ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ໄດ້​ຫລົ້ມ​ລົງ ເມື່ອ​ທາງ​ຈໍ​ແດນ​ໄດ້​ຂໍ​ພິ​ສູດ​ຈາກ​ກຸ່ມ IS ກ່ອນ​ວ່າ ທ່ານ ໂມ​ອັດ ອັນ-ຄັດ​ຊັດ​ເບ ຍັງ​ຄົງ​ມີ​ຊີ​ວິດ​ຢູ່ແທ້​ຈິງ ຫລື ບໍ່ ເຊທີ່​ສຸດ​ກໍ​ນຳ​ມາ​ເຊິ່ງ​ການ​ສັງ​ຫານ​ໂຫດ ສະ​ເທືອນ​ຂັວນ​ຄົນ​ທັງ​ໂລກ​ອີກ​ຄັ້ງ​ໃນ​ເທື່ອ​ນີ້.

 

EyWwB5WU57MYnKOuFNJTJT2gWgJ9i8KZmk9clUFe97qn5RBheN4IuF

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...