Homeຂ່າວພາຍ​ໃນທາງການ “ຫົງແດງ” ຢືນຢັນ ຈັບ “ຄູຕິນໂຢ່” ຕໍ່ສັນຍາຍາວ

ທາງການ “ຫົງແດງ” ຢືນຢັນ ຈັບ “ຄູຕິນໂຢ່” ຕໍ່ສັນຍາຍາວ

Published on

s

ເຫຼົ່າແຟນບານ “ເດິ ຄ໊ອປ” ໄດ້ເຮກັນທົ່ວໜ້າ ເມື່ອ “ຟິລິປເປ້ ຄູຕິນໂຢ່” ກອງກາງໂຕບຸກ “ລີເວຣ໌ພູລ” ຈັດການຂຽນຂະຫຍາຍສັນຍາຢູ່ຍາວໃນຖິ່ນ ແອນຟີລດ໌ ເຖິງປີ2020 ຮຽບຮ້ອຍແລ້ວ ຫຼັງໄດ້ມີການໂຊຟອຣ໌ມດີໃນທີມມາຕະຫຼອດ.

ລີເວີພູລ ສະໂມສອນດັງແຫ່ງສຶກພຣີເມຍລີກ ອັງກິດ ປະກາດຢືນຢັນເມື່ອວັນອັງຄານທີ່3 ກຸມພາ 2015 ທີ່ຜ່ານມາ ຟິລິປເປ້ ຄູຕິນໂຢ່ ມິດຟິລດ໌ ທີມຊາດບຣາຊີລ ຕໍ່ສັນຍາໄລຍະຍາວກັບຕົ້ນສັງກັດເປັນທີ່ຮຽບຮ້ອຍແລ້ວ ໂດຍຄາດວ່າໜ້າຈະເປັນເວລາ 5ປີ ສົ່ງຜົນໃຫ້ຈະໄດ້ຢູ່ ຫຼິ້ນໃນຖິ່ນແອນຟິລດ໌ ຈົນເຖີງ ປີ2020.

ກອງກາງຊາວບຣາຊີລຽນ ອາຍຸ 22ປີ ຍ້າຍຈາກ ອິນເຕີມິລານ ມາຢູ່ກັບ ຫົງແດງ ໂດຍຄ່າໂຕ 8.5 ລ້ານປອນດ໌ ຫຼື(ປະມານ 110500 ລ້ານກີບ) ແລະ ຫຼັງຈາກທີ່ໄດ້ໃຊ້ເວລາໃນການປັບຕົວໃນເມືອງຜູ້ດີນັ້ນ ເຈົ້າໂຕໄດພັດທະນາຕົນເອງຈົນກາຍເປັນຜູ້ຫຼິ້ນຄົນສໍາຄັນຂອງ “ຫົງແດງ”

a

ທັ່ງນີ້ ຈາກການທີ່ ລີເວີຣ໌ພູລ ຕັດສິນໃຈຂະຫຍາຍສັນຍາສະບັບໃໝ່ກັບ ຄູຕິນໂຢ່ ນັ້ນເນື່ອງຈາກຕ້ອງການກັນໄວ້ ເພື່ອອາດມີທີມອຶ່ນໆ ທີ່ສົນໃນໂຕຂອງ ຄູຕິນໂຢ່ ໃນອະນາຄົດ ຂະນະດຽວກັນກໍ່ເຊື່ອກັນວ່າ ຣາຮີມ ສະເຕີຣ໌ລິງ ປີກໂຕສໍາຄັນເລືອດຜູ້ດີ ຈະຕໍ່ສັນຍາກັບທີມໃນໄວໆນີ້ເຊັ່ນດຽວກັນ.

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150203221844

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...