Homeຂ່າວຕ່າງປະເທດມົງ​ໂກ​ລີ ພົບ​ຮ່າງ​ລາ​ມະ​ທິ​ເບດ ຮ່າງ​ກາຍ​ບໍ່​ເໜົ່າ​ເປື່ອຍ ຫລັງ​ມໍ​ລະ​ນະ​ພາບ​ມາ​ແລ້ວກ່​ວາ 200 ປີ!

ມົງ​ໂກ​ລີ ພົບ​ຮ່າງ​ລາ​ມະ​ທິ​ເບດ ຮ່າງ​ກາຍ​ບໍ່​ເໜົ່າ​ເປື່ອຍ ຫລັງ​ມໍ​ລະ​ນະ​ພາບ​ມາ​ແລ້ວກ່​ວາ 200 ປີ!

Published on

558000001230601

ມົງ​ໂກ​ລີ ພົບ​ຮ່າງ​ລາ​ມະ​ຊາວ​ທິ​ເບດ ຮ່າງ​ກາຍ​ບໍ່​ເໜົ່າ​ເປື່ອຍ ຫລັງ​ເສຍ​ຊີ​ວິດ​ມາ​ແລ້ວ​ກ່​ວາ 200 ປີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງາ​ນ​ໃນ​ວັນ​ທີ 30 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ສື່​ຂອງ​ມົງ​ໂກ​ລີ ໄດ້​ເຜີຍ​ແຜ່​ພາບ​ຮ່າງ​ກາຍ​ຂອງ​ລາ​ມະ​ອົງ​ໜຶ່ງ ເຊິ່​ງ​ຖືກ​ຄົ້ນ​ພົບ​ໃນ​ແຂວງ Songinokhairkhan ຂອງ​ປະ​ເທດ​ມົງ​ໂກ​ລີ ໃນ​ມື້​ວັນ​ທີ 27 ມັງ​ກອນ​ຜ່ານ​ມາ ໂດຍ​ໄດ້​ສົ່ງ​ຮ່າງ​ດັ່ງ​ກ່າວ​ໄປ​ໃຫ້​ຜູ້​ຊ່ຽວ​ຊານກວດ​ພິ​ສູດ ທີ່​ສູນ​ນິ​ຕິ​ວິ​ທະ​ຍາ ນະ​ຄອນ​ຫລວງ​ອູ​ລານ​ບາ​ຕໍ​ແລ້ວ ເພື່ອ​ຊອກ​ຫາ​ສາ​ເຫດ​ວ່າ ເຫດ​ໃດ​ຮ່າງ​ກາຍ​ຂອງ​ລາ​ມະ​ອົງ​ດັ່ງ​ກ່າວ​ຈິ່ງ​ບໍ່​ເໜົ່າ​ເປື່ອຍ.

ດ້ານ​ຜູ້​ຊ່ຽວ​ຊານ​ໄດ້​ເຊື່ອ​ວ່າ ລາ​ມະ​ອົງ​ນີ້​ແມ່ນ​ໄດ້​ມໍ​ລະ​ນະ​ພາບ​ມາ​ແລ້ວ​ກ່​ວາ 200 ປີ ໂດຍ​​ອາດ​ຈະ​ມໍ​ລະ​ນະ​ພາບ​ໃນ​ຂະ​ນະ​ທີ່​ກຳ​ລັງ​ນັ່ງ​ສະ​ມາ​ທິ​ຢູ່ ເຊິ່ງ​ຮ່າງ​ກາຍ​ໄດ້​ຖືກ​ຫຸ້ມ​ຫໍ່​ດ້ວຍ​ໜັງ​ສັດ ເຊິ່ງ​ບໍ່​ທັນ​ເປັນ​ທີ່​ຮູ້​ແຈ້ງວ່າ​ເປັນ​ໜັງຂອງ​ສັດ​ຊະ​ນິດ​ໃດ.

ນັກ​ປະ​ຫວັດ​ສາດ​ໄດ້​ສັນ​ນິ​ຖານ​ວ່າ ລາ​ມະ​ອົງ​ນີ້ ອາດ​ເປັນ​ພະ​ອາ​ຈານ​ຂອງ ລາ​ມະ Dashi-Dorzho Itigilov ຜູ້​ເຊິ່ງ​ມີ​ຊີ​ວິດ​ຢູ່​ລະ​ຫວ່າງ​ປີ 1852-1927 ເຊິ່ງ​ເປັນ​ລາ​ມະ​ທິ​ເບດ ທີ່​ມໍ​ລະ​ນະ​ພາບ​ໄປ​ແລ້ວໂດຍ​ຮ່າງ​ກາຍ​ຍັງ​ຄົງ​ບໍ່​ຖືກ​ຍ່ອຍ​ສະ​ຫລາຍ​ຈົນ​ເໜົ່າ​ເປື່ອຍ.
558000001230602

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...