Homeຂ່າວຕ່າງປະເທດຫຍຸ້ງ​ຈົນ​ໄດ້! ສະ​ຫະ​ລັດ ພິ​ຈາ​ລະ​ນາ​ສົ່ງ​ທະ​ຫານພ້ອມ​ອາ​ວຸດ ໄປ​ຕີ​ເສິກ​ຢູ່​ອູ​ແກ​ຣນ​ແລ້ວ!

ຫຍຸ້ງ​ຈົນ​ໄດ້! ສະ​ຫະ​ລັດ ພິ​ຈາ​ລະ​ນາ​ສົ່ງ​ທະ​ຫານພ້ອມ​ອາ​ວຸດ ໄປ​ຕີ​ເສິກ​ຢູ່​ອູ​ແກ​ຣນ​ແລ້ວ!

Published on

USA500

ສະ​ຫະ​ລັດ​ອາ​ເມ​ຣິ​ກາ ພິ​ຈາ​ລະ​ນາ​ສົ່ງ​ກອງ​ກຳ​ລັງ ພ້ອມ​ກັບ​ອາ​ວຸດ​ ໄປ​ໃຫ້​ລັດ​ຖະ​ບານ​ອູ​ແກ​ຣນ ສູ້​ກັບ​ຝ່າຍກອງ​ກຳ​ລັງ​ນິ​ຍົມ​ຣັດ​ເຊຍແລ້ວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ກຸມ​ພາ​ນີ້​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກຳ​ລັງ​ພິ​ຈາ​ລະ​ນາ​ສົ່ງ​ກອງ​ກຳ​ລັງ ພ້ອມ​ທັງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ໄປ​ໃຫ້​ກັບ​ກອງ​ທັບ​ອູ​ແກ​ຣນ ເພື່ອ​ທີ່​ຈະ​ໄປ​ຕໍ່​ສູ້​ກັບ​ກອງ​ກຳ​ລັງ​ນິ​ຍົມ​ຣັດ​ເຊຍ ໃນ​ເຂດ​ພື້ນ​ທີ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ອູ​ແກ​ຣນ ເຊິ່ງ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ນີ້ ຍິ່ງ​ເປັນ​ການ​ເພີ່ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ໂດຍ​ອາ​ວຸດ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ ຈະ​ສົ່ງ​ໃຫ້​ອູ​ແກ​ຣນ​ໃນ​ຄັ້ງ​ນີ້ ຈະ​ມີ​ທັງ​ອາ​ວຸດ​ຍິງ​ຕໍ່​ສູ້​ອາ​ກາດ​ສະ​ຍານ ແລະ ອາ​ວຸດ​ຕໍ່​ສູ້​ລົດ​ຕັງ.

ທ່າ​ທີ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ເທື່ອ​ນີ້ ແມ່ນ​ໄດ້​ຂັດ​ແຍ້ງ​ກັບ​ຄຳ​ເວົ້າ​ຂອງ ທ່ານ ບາ​ຣັກ ໂອ​ບາ​ມາ ປະ​ທາ​ນາ​ທິ​ບໍ​ດີສ​ະ​ຫະ​ລັດ​ອາ​ເມ​ຣິ​ກາ ທີ່​ໄດ້​ເຄີຍບ​ອກ​ຜ່ານ​ມາ​ວ່າ ຄັດ​ຄ້ານ​ເລື່ອງ​ການ​ສະ​ໜັບ​ສະ​ໜູນ ການ​ຊ່ວຍ​ເຫລືອ​ທາງ​ການ​ທະ​ຫານ​ຕໍ່​ລັດ​ຖະ​ບານ​ອູ​ແກ​ຣນ ເນື່ອງ​ຈາກ​ຢ້ານ​ຈະ​ເປັນ​ການ​ຈູດ​ຊະ​ນວນ​ໃຫ້​ເກີດ​ສົງ​ຄາມ​ໃນ​ເອີ​ຣົບ ທີ່​ມີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ຣັດ​ເຊຍ​ເປັນ​ຕົວ​ແທນ​ໃນ​ອາ​ນາ​ຄົດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...