Homeຂ່າວພາຍ​ໃນຢູ່ກັບ “ຫົງ” ຕໍ່! ແລມເບີຣ໌ຕ ສະລະການຍ້າຍໄປ “ວິລລ່າ”

ຢູ່ກັບ “ຫົງ” ຕໍ່! ແລມເບີຣ໌ຕ ສະລະການຍ້າຍໄປ “ວິລລ່າ”

Published on

ຢູ່ກັບ “ຫົງ” ຕໍ່! ແລມເບີຣ໌ຕ ສະລະການຍ້າຍໄປ “ວິລລ່າ”

new1-1407819809

ແອສຕັນວິລລ່າ ຕ້ອງຍ່ອມຮັບ ໃນເມື່ອ ຣິຄກີ້ ແລມເບີຣ໌ຕ ຕົວເກົາເລື່ອກທີ່ຈະຢູ່ພິສູດຕົວເອງກັບ ລີເວີຣ໌ພູລຕໍ່ໄປ.

ຣິຄກີ້ ແລມເບີຣ໌ຕ ກອງໜ້າປະສົບການສູງຂອງ ລີເວີຣ໌ພູລ ສະໂມສອນຍັກໃຫຍ່ແຫ່ງເວທີພຣີເມຍລີກ ອັງກິດ ປະຕິເສດໂອກາດທີ່ຈະຍ້າຍໄປ ແອສຕັນ ວິລລ່າ ສະໂມສອນຄູ່ແຂ່ງຮ່ວມລີກ ເປັນທີ່ຮຽບຮ້ອຍແລ້ວ ເນື່ອງຈາກຕ້ອງການຢູ່ຫຼິ້ນຕໍ່ໃນຖິ່ນແອນຟິລດ໌ຕໍ່ໄປ ຕາມການລາຍງານຈາກ ດິເອ໊ກຊ໌ເພຣສ ສື່ຊັ້ນນໍາເມື່ອງຜູ້ດີ ເມື່ອວັນຈັນທີ່2 ກຸ່ມພາ 2015 ທີ່ຜ່ານມາ.

ເຊື່ອກັນວ່າ ແອສຕັນ ວີລລ່າ ກໍາຊອກຫາກອງໜ້າຄົນໃໝ່ ແລະ ໄດ້ຍື່ນຂໍ້ສະເໜີຈໍານວນ 5 ລ້ານປອນດ໌ ຂໍຊື້ໂຕ ແລມເບີຣ໌ຕ ຊຶ່ງບໍ່ສາມາດກ້າວຂຶ້ນມາເປັນຕົວຈິງໃນທັບ ຫົງແດງ ຫຼັງຈາກຍ້າຍມາຈາກ ເຊົາທ໌ແຮມປ໌ຕັນ ເມື່ອຊ່ວງຊໍາເມີ້ທີ່ແລ້ວ ມາເສີມແນວບຸກ.

ຢ່່າງໃດກໍ່ຕາມ ລ່າສຸດ ຫົວຫອກເລືອດຜູ້ດີ ໄວອາຍຸ 32 ປີ ໄດ້ບອກສະລະໂອກາດທີ່ຈະຍ້າຍໄປຍັງຖິ່ນ ວິລລ່າ ພາຣ໌ກ ຮຽບຮ້ອຍແລ້ວ ເພາະຍັງບໍ່ຍ້ອມແພ້ທີ່ຈະພີສູດຕົວເອງກັບ ລີເວີຣ໌ພູລ ພາຍໃຕ້ການນໍາທັບຂອງ ກູນຊື ເບຣນແດນ ຣ໊ອດເຈີຣ໌ສ.

 

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150203052133

 

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...