Homeຂ່າວພາຍ​ໃນມາແລ້ວ! ສິງ ປະກາດ “ຊີວກວາດຣາໂດ” ມາຮ່ວມທີມ

ມາແລ້ວ! ສິງ ປະກາດ “ຊີວກວາດຣາໂດ” ມາຮ່ວມທີມ

Published on

dd

ເຊລຊີ ປະກາດດືງໂຕ ຮວນກວາດຣາໂດ້ ປີກທີມຊາດໂຄລໍາເບຍ ມາຮວ່ມທີມໄດ້ແລ້ວ ໂດຍມີການເຊັນສັນຍາກັນຍາວເຖິງ 4ປີເຄິ່ງ ສ່ວນຄ່າໂຕຍັງບໍ່ມີການລະບຸແຕ່ ແດຣ໌ຣີເມລ໌ ສື່ຂອງເກາະອັງກິດເຊື່ອວ່າ ໜ້າຈະຢູ່ປະມານ 27 ລ້ານປອນດ໌

ເຊລຊີ ສະໂມສອນຍັກໃຫຍ່ແຫ່ງວົງການພຣີເມຍລີກອັງກິດ ປະກາດວ່າພວກເຂົາບັນລຸ ຂັ້ນຕອນໃນການຄວ້າໂຕ “ຮວນກວາດຣາໂດ” ປີກຊາວໂຄລໍາເບຍ ມາຈາກ “ຟີອໍເຣນຕີນ່າ” ທີມດັງແຫ່ງສຶກ ກັລໂຊເຊເຣຍອາ ອີຕາລີ່ ໄດ້ແລ້ວ.

“ສິງບູສ໌” ຕົກເປັນຂ່າວກັບ ກວາດຣາໂດ້ ມາໄດ້ໄລຍະໜຶ່ງແລ້ວ ກອ່ນທີ່ຫຼ້າສຸດຈະມີການເຊັນສັນຍາກັນເປັນເວລາ 4ປີເຄິ່ງ ສົ່ງຜົນໃຫ້ເຂົາຈະໄດ້ຢູ່ໃນຖິ່ນ ສະແຕັມຟອຣ໌ດບຣິດຈ໌ ຈົນເຖິງປີ 2019 ຊຶ່ງເຖິງແມ່ນວ່າຈະບໍ່ມີການເປີດເຜີຍຄ່າຕົວຂອງການຍ້າຍທີມໃນຄັ້ງນີ້ແຕ່ ແດຣ໌ຣີເມລ໌ ສື່ຊື່ດັງຂອງເມືອງຜູ້ດີລາຍງານວ່າ ຈະຢູ່ປະມານ 27 ລ້ານປອນດ໌.

ທັ່ງນີ້ ນັກເຕະໄວອາຍຸ 26 ປີ ກ່າວວ່່າຮູ້ສຶກດີໃຈຫຼາຍ ທີ່ໄດ້ມາຢູ່ກັບເຊລຊີ “ຂ້າພະເຈົ້າມີຄວາມສຸກຫຼາຍ ແລະ ຮູ້ສຶກຂອບໃຈສໍາລັບໂອກາດທີ່ໄດ້ຮັບໃນຄັ້ງນີ້ ນີ້ເປັນສະໂມສອນທີ່ຍິ່ງໃຫຍ່ ແລະ ເວົ້າແບບກົງໆເລີຍວ່າ ມັນຄືກັບຄວາມຝັນເລີຍທີ່ໄດ້ມາຮ່ວມເປັນສ່ວນໜຶ່ງໃນຄອບຄົວ ເຊລຊີ ລວມເຖີງໄດ້ຮູ້ວ່າຜູ້ຈັດການທີມ (ໂຊເຊ່ ມູຣິນໂຢ່) ເຊື່ອໝັ້ນໃນໂຕຂ້າພະເຈົ້າມັນໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມສຸກຫຼາຍ”

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150203015541

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...