Homeຂ່າວຕ່າງປະເທດອຸ​ທາ​ຫອນ! ຍິງ​ຈີນ​ເຮັດ​ສັນ​ຍະ​ກຳ​ຢູ່​ເກົາ​ຫລີ ເກີດ​ພາ​ວະສະ​ໝອງ​ຕາຍ ​ຍ້ອນ​ຢາກ​ງາມ!

ອຸ​ທາ​ຫອນ! ຍິງ​ຈີນ​ເຮັດ​ສັນ​ຍະ​ກຳ​ຢູ່​ເກົາ​ຫລີ ເກີດ​ພາ​ວະສະ​ໝອງ​ຕາຍ ​ຍ້ອນ​ຢາກ​ງາມ!

Published on

plastic-surgery

ອຸ​ທາ​ຫອນ​ສຳ​ລັບ​ຄົນ​ຢາກ​ງາມ ຍິງຈີນ​ເດີນ​ທາງ​ໄປ​ເຮັດ​ສັນ​ຍະ​ກຳ​ຢູ່​ເກົາ​ຫລີ​ໃຕ້ ແຕ່​ສະ​ໝອງ​ຕາຍ ບໍ່​ຟື້ນ​ຂຶ້ນ​ມາ​ອີກ​ເລີຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 2 ກຸມ​ພາ​ນີ້​ວ່າ ​ຍິງ​ຈີນ​ອາ​ຍຸ 50 ປີ ເດີນ​ທາງ​ໄປ​ສັນ​ຍະ​ກຳ​ໄກ​ເຖິງ​ປະ​ເທດ​ເກົາ​ຫລີ​ໃຕ້ ແຕ່​ເຄາະ​ຮ້າຍ ຖື​ກວາງ​ຢາ​ສະ​ຫລົບ​ແລ້ວບໍ່​ຟື້ນ​ຂຶ້ນ​ມາ​ອີກ​ເລີຍ ໂດຍ​ແພດ​ປະ​ກາດ​ວ່າ​ເກີດ​ອາ​ການ​ສະ​ໝອງ​ຕາຍ ເຊິ່ງ​ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ຄົນ​ຕາຍ​ເລີຍ ເພາະ​ຮ່າງ​ກາຍ​ບໍ່​ຕອບ​ສະ​ໜອງ​ໃດໆ​ແລ້ວ.

ລາຍ​ງານ​ໄດ້​ລະ​ບຸ​ວ່າ ຍິງ​ລາຍ​ນີ້​ໃຊ້​ບໍ​ລິ​ການ​ເຮັດສັນ​ຍະ​ກຳ​ໃນ​ຄ​ລີ​ນິກ​ນ້ອຍໆ ​ໃນເຂດ​ກັງ​ນຳ ຫລັງ​ຈາກ​ທີ່​ໝໍ​ສັນ​ຍະ​ກຳ​ໄດ້​ໃສ່​ຢາ​ສະ​ຫລົບ​ແລ້ວ ນາງ​ກໍ​ເກີດ​ອາ​ການ​ຫົວ​ໃຈ​ຢຸດ​ເຕັ້ນ​ກະ​ທັນ​ຫັນ ທີມ​ແພດ​ຈິ່ງ​ໄດ້​ນຳ​ສົ່ງ​ໂຮງ​ໝໍ​ຊຳ​ຊຸງ ເຊ​ອຸນ ຢ່າງ​ຮີບ​ດ່ວນ ແລະ ຈາກ​ນັ້ນ​ແພດ​ກໍ​ປະ​ກາດ​ວ່າ ນາງ​ຢູ່​ໃນ​ພາ​ວະ​ສະ​ໝອງ​ຕາຍ ຈາກ​ການ​ເຮັດ​ສັນ​ຍະ​ກຳ​ດັ່ງ​ກ່າວ.

ທັງ​ນີ້ ຄ​ລີ​ນິກ​ດັ່ງ​ກ່າວ​ໄດ້​ຖືກ​ຕັ້ງ​ຂໍ້​ຫາ​ລະ​ເມີດ​ກົດ​ຄວາມ​ປອດ​ໄພ​ທາງ​ການ​ແພດ ແລະ ໄດ້​ຖືກ​ສັ່ງ​ປິດ​ທັນ​ທີ​ແລ້ວ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...