HomePicpostງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ມໍລະດົກລາວມໍລະດົກໂລກປະຈຳປີ 2015

ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ມໍລະດົກລາວມໍລະດົກໂລກປະຈຳປີ 2015

Published on


ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ມໍລະດົກລາວມໍລະດົກໂລກປະຈຳປີ 2015 ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2015 ກົງກັບວັນອາທິດຂຶ້ນ 13 ຄ່ຳເດືອນ 3 ເພັງ, ເຊິ່ງປີນີ້ຄະນະກຳມະ ການຈັດງານດັ່ງກ່າວ ໄດ້ຈັດຂຶ້ນຢ່າງລຽບງ່າຍ ແຕ່ມີຄວາມເປັນເອກະລັກທາງດ້ານວັດທະນະທຳ ແລະ ປະເພນີທີ່ເຄີຍຈັດມາໃນແຕ່ລະປີ,ໂດຍການເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ສີພັນດອນ ກຳມະການ ສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ,ມີທ່ານ ດຣ ບຸນຖອງ ດີວິໄຊ ເຈົ້າແຂວງຈຳ ປາສັກ,ມີບັນດາທ່ານຄະນະນຳຂັ້ນສູງຈາກສູນກາງ ແລະ ທ້ອງຖີ່ນຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ໜູຈັນ ຈັນທະພົງ ເຈົ້າເມືອງໆຈຳປາສັກ, ທັງເປັນຮອງປະທານຄະນະກຳມະການຈັດງານ ໃຫ້ຮູ້ວ່າ: ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກປີນີ້ແມ່ນຈະໄດ້ດຳເນີນໄປຮອດວັນທີ 3 ກຸມ ພາ 2015, ເຊິ່ງພາຍໃນງານປະກອບມີບັນດາກິດຈະກຳຕ່າງໆເປັນຕົ້ນ: ພິທີເປິດງານຢ່າງເປັນທາງການ, ງານຕະຫຼາດນັດ ແລະ ງານສະແດງຂາຍສິນຄ້າອຸດສາຫະກຳ,ກະສິກຳ,ຫັດຖະກຳຈາກບັນດາເມືອງ, ບໍລິສັດ ຫ້ອງຮ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດຈຳນວນ 150 ກວ່າຮ້ານ,ນອກນີ້ກໍ່ຍັງມີການຫຼິນກິລາພື້ນເມືອງປະເພດຕ່າງໆເປັນຕົ້ນ:ແຂ່ງຂັນເຮືອຊ່ວງ, ແຂ່ງຂັນຈັບເປັດ ແລະ ອື່ນໆ,ສ່ວນກາງຄືນກໍ່ຈະມີການຄົບງັນຈາກສິລະປະ,ລຳເລື້ອງ,ໜັງທ້າວຕື້ ແລະ ອື່ນໆ,ສ່ວນວັນທີ 3 ເຊິ່ງເປັນມື້ສຸດທ້າຍຂອງງານບຸນຕອນເຊົ້າເວລາ 7 ໂມງກໍ່ຈະມີການຕັກບາດຖວາຍສັງຄະທານແດ່ພະພິກຂຸສົງ ແລະ ຕອນຄ່ຳເວລາ 19 ໂມງກໍ່ຈະມີພິທີແຫ່ທຽນ ແລະ ໄຕ້ຕະກຽງຈຳນວນ 4.000 ໜ່ວຍບູຊາຜາສາດຫີນວັດພູ ແລະ ໄຫຼເຮືອໄຟຢູ່ນອງສະຕື່ມອີກ.

(Cr: ໜັງສືພິມຈຳປາໃໝ່)

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...