Homeຂ່າວຕ່າງປະເທດນັກບິນແອຣ໌ເອເຊຍບໍ່ໄດ້ນັ່ງຢູ່! ຕອນທີ່ນັກບິນ ຜູ້ຊ່ວຍເສຍການບັງຄັບເຄື່ອງ

ນັກບິນແອຣ໌ເອເຊຍບໍ່ໄດ້ນັ່ງຢູ່! ຕອນທີ່ນັກບິນ ຜູ້ຊ່ວຍເສຍການບັງຄັບເຄື່ອງ

Published on

news01-1

ຂໍ້ມູນໃໝ່ອ້າງວ່າກັບຕັນ QZ8501 ບໍ່ໄດ້ນັ່ງຢູ່ໃນເວລາທີ່ນັກບິນຜູ້ຊ່ວຍເສຍການບັງຄັບເຄື່ອງ ເມື່ອກັບມາກໍ່ຊ້າເກີນໄປແລ້ວ.

31 ມັງກອນ. ສໍານັກຂ່າວຮ້ອຍເຕີຣ໌ ອ້າງຖະແຫຼງຂ່່າວໄກ້ຊິດການສອບສວນເຫດເຄື່ອງບິນແອຣ໌ເອເຊຍອິນໂດເນເຊຍທ່ຽວບິນ QZ8501 ຕົກໃນທະລາຊາວາເມື່ອປາຍເດືອນກ່ອນເປີດເຜີຍວ່າ ກັບຕັນຊາວອິນໂດເນເຊຍບໍ່ໄດ້ນັ່ງຢູ່ໃນຊ່ວງທີ່ນັກບິນຜູ້ຊ່ວຍເສຍການບັງຄັບເຄື່ອງບິນ ແລະ ເມື່ອກັບມາກໍ່ຊ້າເກີນໄປແລ້ວ.

ແຫຼ່ງຂ່າວຄົນໜຶ່ງເຜີຍວ່າເຄື່ອງບິນແອຣ໌ບັສ A320 ລໍາທີ່ປະສົບອຸປະຕິເຫດໄດ້ມີບັນຫາທາງດ້ານຄອມພີວເຕີຄວບຄູມການບິນມາໄດ້ປະມານອາທິດໜຶ່ງແລ້ວ ໂດຍໄດ້ໆຫາຍໆ ແລະ ກັບຕັນອິຣຽນໂຕ ກໍ່ເຄີຍຂັບເຄື່ອງບິນລໍານີ້ມາແລ້ວບໍ່ພໍເທົ້າໃດມື້ກ່ອນເກີດເຫດ.

ກອ່ນໜ້ານີ້ຮ້ອຍເຕີຣ໌ເຄີຍລາຍງານວ່າ ບັນຫາການຊ່ອມບໍາລູງຄອມພິວເຕີ ເພີ່ມສິຖຽນລະພາບໃນການບິນ ແລະ ວິທີການທີ່ກັບຕັນແກ້ໄຂບັນຫາເປັນປະເດນຫຼັກທີ່ຄະນະສອບສວນມຸ້ງກວດສອບຢູ່.

ຫຼ້າສຸດສໍານັກຂ່າວບລູມເບີຣ໌ກລາຍງານເມື່ອວັນສຸກວ່າ ຫຼັງຈາກທີ່ພະຍາຍາມຕັ້ງລະບົບຄອມພິວເຕີໃໝ່ແຕ່ບໍ່ສໍາເລັດກັບຕັນຈຶ່ງຕັດສິນໃຈດືງເຊີຣ໌ກິຕເບຣກເກີຣ໌ ເພື່ອຕັດໄຟຟ້າຂອງຄອມພີວເຕີນີ້.

ແຫຼ່ງຂ່າວເປີດຜີຍກັບຮອຍເຕີວ່າ ຄົນທີ່ຕັດໄຟຟ້າຄືກັບຕັນອີຣຽນໂຕ ບໍ່ແມ່ນ ທ້າວເຣມີ ເປລເຊລ ນັກບິນຜູ້ຊ່ວຍຊາວຝຣັງ ທີ່ມີປະສົບການຫນ້ອຍກວ່າ ແລະ ເປັນຜູ້ບັງຄັບເຄື່ອງບິນໃນເວລານັ້ນ.

ການຕັດໄຟຟ້າເພີ່ມສະຖຽນລະພາບການບິນບໍ່ແມ່ນສາເຫດໂດຍຕົງທີ່ເຮດໃຫ້ເຄື່ອງບິນຕົກ ແຕ່ເຮັດໃຫ້ລະບົບປ້ອງກັນບໍ່ໃຫ້ເຄື່ອງບິນ ບິນເກີນຂອບເຂດຄວາມປອດໄພບໍ່ໃຫ້ປະຕິບັດງານ ສົ່ງຜົນໃຫ້ນັກບິນຜູ້ຊ່ວຍບັງຄັບເຄື່ອງບິນຂຶ້ນສູ່ລະດັບຄວາມສູງທີ່ເປັນອັນຕະລາຍ.

ຜູ້ຄົນໃນແວດວົງການບິນຕ່າງກໍ່ແປກໃຈທີ່ກັບຕັນຕັດສິນໃຈຕັດໄຟຟ້າຄອມພີວເຕີ ເພາະການຕັ້ງລະບົບໃໝ່ຕາມປົກກະຕິແລ້ວ ພຽງແຕ່ໃຊ້ການກົດປຸ່່ມເທົ້ານັ້ນ ການດືງເຊີຣ໌ກິຕເບຣກເກີຣ໌ເປັນສິ່ງທີ່ຈະເຮັດກໍ່ຕໍ່ເມື່ອເກີດກໍລະນີສຸກເສີນແທ້ໆ.

ການກະທໍາດັ່ງກ່າວ ຍັງເປັນຫຼັກຖານບອກວ່າ ກັບຕັນຕ້ອງລູກຈາກບ່ອນນັ່ງໃນເວລານັ້ນ ເນື່ອງຈາກເຊີຣ໌ກິຕເບຣກເກີຣ໌ຢູ່ເທີງແຜງເພດານຫຼັງບ່ອນນັ່ງນັກບິນຜູ້ຊ່ວຍ ແລະ ບໍ່ມີທາງທີ່ຈະດຶງໄດ້ຈາກບ່ອນນັ່ງກັບຕັນຊຶ່ງຢູ່ທາງດ້ານຊ້າຍຂອງເຄື່ອງບິນລະຫວ່າງນັ້ນນັກບິນຜູ້ຊ່ວຍໄດ້ບັງຄັບເຄື່ອງບິນໄຕ່ພດານຂຶ້ນສູງຫຼາຍ ເມື່ອກັບຕັນກັບມາບ່ອນນັ່ງກໍ່ຊ້າກີນໄປ.

>>ຂອບໃຈແຫຼ່ງຂໍ້ມູນhttp://news.sanook.com/1740741/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...