Homeຂ່າວພາຍ​ໃນສະເຕີຣ໌ຣິດຈ໌ ໝັ້ນໃຈວ່າ! ເຈີຣ໌ຣາຣ໌ດ ຈະກັບມາເປັນຜູ້ຄູມ "ຫົງແດງ"

ສະເຕີຣ໌ຣິດຈ໌ ໝັ້ນໃຈວ່າ! ເຈີຣ໌ຣາຣ໌ດ ຈະກັບມາເປັນຜູ້ຄູມ “ຫົງແດງ”

Published on

ສ

ຢືນຢັນ ແບບໝັ້ນໃຈສຸດໆ ແດເນຍລ ສະເຕີຣ໌ຣິດຈ໌ ລີເວີຣ໌ພູລ ໝັ້ນໃຈອະນາຄົດ ສະຕີເວັນ ເຈີຣ໌ຣາຣ໌ດ ຈະກັບມາເປັນຜູ່ຄູມທີມ ຫົງແດງ ແນ່ນອນ ຍອມຮັບວ່າຜິດຫວັງທີ່ກັບຕັນຄົນເກັ່ງຈະອໍາລາທີມຫຼັງຈົບລະດູການນີ້ ເຫດຍ້ອນວ່າເປັນໄອດໍລ໌ ແລະ ມອບຫຼາຍໆຢ່າງໃຫ້ກັບຕົວເອງ.

ແດເນຍລ ສະຕີຣ໌ຣິດຈ໌ ກອງໜ້າລີເວີຣ໌ພູລ ສະໂມສອນຊັ້ນນໍາຂອງ ສຶກພຣີເມຍລີກອັງກິດ ຍອມຮັບວ່າຮູ້ສຶກຜິດຫວັງທີ່ ສະຕີເວັນ ຈີຣ໌ຣາຣ໌ດ ຍອດມິດຟິລດ໌ກັບຕັນທີມຈະອໍາລາຖິ່ນ ແອນຟິລດ໌ ຫຼັ້ງຈາກຈົບລະດູການນີ້. ຢ່າງໃດກໍ່ຕາມໝັ້ນໃຈວ່າຈະກັບມາເປັນຜູ້ຈັດການທີມ ຫົງແດງ ໃນອະນາຄົດຂ້າງໜ້າຢ່າງແນ່ນອນ.

“ສະຕີວີ່ຈີ” ໄວອາຍຸ 34ປີ ປະກາດຢືນຢັນຊັດເຈນແລ້ວວ່າ ກຽມຍ້າຍໄປຮ່ວມທີມ ລອສແອງເຈລິສ ແກແລັກຊີ່ ໃນສຶກ ເມເຈີຣ໌ລີກ ຊອກເກີຣ໌ (ເອ໊ມແອລເອສ) ສະຫະລັດ ຫຼັງຈົບລະດູການນີ້ ຫຼັງຈາກທີ່ຮັບໃຊ້ສະໂມສອນ ລີເວີຣ໌ພູລ ມາຢ່າງຍາວນານເຖິງ 17 ປີເລີຍລະ.

ດາວຍິງຂາແດນຊ໌ ທີ່ຈະຫາເຊົາເຈັບກັບມາຊ້ອມໄດ້ແລ້ວນັ້ນ ເປີດເຜີຍວ່າ “ຂ້າພະເຈົ້າຮູ້ສຶກຜິດຫວັງທີ່ເຂົາກໍາລັງຈະຍ້າຍອອກໄປ ຂ້າພະເຈົ້າຄິດວ່າ ລາວຈະໄດ້ໄປຢູ່ກັບສະໂມສອນທີ່ມີຄວາມຍອດຢ່ຽມໃນໄວໆນີ້ ແລະ ຂ້າພະເຈົ້າກໍ່ໝັ້ນໃຈວ່າ ລາວຈະກັບມາຄູມສະໂມສອນຂອງເຮົາຢ່າງແນ່ນອນໃນອີກຈັກວັນໜຶ່ງ”.

“ບໍ່ມີຄໍາເວົ້າໃດທີ່ຈະສາມາດອະທິບາຍເຖິງສິ່ງທີ່ ລາວໄດ້ເຮັດໃຫ້ລີເວີຣ໌ພູລ ແລະ ປະເທດຂອງລາວ ລາວຍັງຄົງປັນຕົ້ນສະແບບຂອງຂ້າພະເຈົ້າ ຂ້າພະເຈົ້າເບິ່ງລາວ ແລະ ຄິດວ່າທຸກຄົນໃນທີມກໍ່ເຮັດແບບນີ້ຄືກັນ ລາວຈະເປັນທີ່ມີຄົນຮອດຄິດເຖິງຫຼາຍ ລາວເປັນຄົນທີ່ມອບປະສົມການໃຫ້ຂ້າພະເຈົ້າຢ່າງຫຼວງຫຼາຍ ແລະ ຊ່ວຍໃຫ້ຂ້າພະເຈົ້າພັດທະນາຂຶ້ນ ທັງໃນຖານະຄົນໆໜຶ່ງ ແລະ ນັກເຕະບານ” ສະເຕີຣ໌ຣິດຈ໌ກ່າວໃນຕອນທ້າຍ.

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150130191732

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...