Homeຂ່າວພາຍ​ໃນ"ສິງ" ຈຸກ! ເອຟເອ ບໍ່ຮັບອຸທອນ ສັ່ງແບນຄອສຕ້າ 3 ນັດ.

“ສິງ” ຈຸກ! ເອຟເອ ບໍ່ຮັບອຸທອນ ສັ່ງແບນຄອສຕ້າ 3 ນັດ.

Published on

L

ເຊລຊີ ເອຟເອ ບໍ່ຮັບອຸທອນ ຄະດີ ດີເອໂກ້ ຄອສຕ້າ ດາວຍິງທີມຊາດສະເປນຫຼັງ ເຟອເອ ຕັ້ງຂໍ້ຫາຫຼິ້ນຮຸນແຮງເກີນກວ່າເຫດ ກໍລະນີ ໄປຢຽບ ເອັມເຮ່ ຊານ ນັກເຕະ ລີເວີຣ໌ພູລ ສົ່ງຜົນໃຫ້ຕ້ອງຖືກແບນ ຫ້າມລົງສະໜາມ 3​ ນັດ ເລີ່ມຕັ້ງແຕ່ເກັມພົບກັບ ແມນເຊັສເຕີ ຊີຕີ້ ວັນເສົານີ້.

ສະມາຄົມບານເຕະອັງກິດ (ເອຟເອ) ສັ່ງລົງໂທດແບນ ດີເອໂກ້ ຄອສຕ້າ ກອງໜ້າໂຕເກັ່ງຂອງ ເຊລຊີ ຈ່າຝູງ ພຣີເມຍລີກ ຈໍານວນ 3 ນັດຈາກກໍລະນີຫຼິ້ນຮຸນແຮງເກີນກວ່າເຫດ ລະຫວ່າງເກັມແຄປປີຕອລ ວັນ ຄັພ ຮອບຮອງຊະນະເລີດ ນັດທີ່ ສອງ ທີ່ທັພ “ສິງບູສ໌” ເປີດຮັງ ສະແຕມຟອຣ໌ດ ບຣິດຈ໌ ເອົາຊະນະ ລີເວີຣ໌ພູລ 1-0 ໃນຊ່ວງຕໍ່ເວລາພິເສດ ຫຼັງຈົບ 90 ນາທີ ສະເໝີກັນ 0-0 ເມື່ອວັນອັງຄານທີ່ 27 ມັງກອນ ທີ່ຜ່ານມາ.

ເອຟເອ ຕັ້ງຂໍ້ຫາຄອສຕ້າ ວ່າຫຼິ້ນຮຸນແຮງ ເກີນກວ່າເຫດ ຫຼັງ ຢຽບເອັມເຮ່ຊານ ດາວຕະຂອງ ລີເວີຣ໌ພູລ ຊຶ່ງເຖິງແມ່ນວ່າກໍາມະການຈະບໍ່ເຫັນເຫດການ ດັ່ງກ່າວ ແຕ່ກ້ອງວີດີໂອ ສາມາດຈັບພາບນັ້ນເອົາໄວ້ໄດ້ຢ່າງຊັດເຈນ ຂະນະທີ່ ເຊລຊີກໍ່ໄດ້ຍື່ນເລື່ອງອຸທອນໄປຍັງສະມາຄົມລູກໜັງເມືອງຜູ້ດີແລ້ວ.

ຢ່າງໃດກໍ່ຕາມ ເອຟເອ ຕັດສິນບໍ່ຮັບຄໍາອຸທອນຂອງ “ສິງບູສ໌” ແລະ ສັ່ງລົງໂທດແບນດາວຍິງທີມຊາດສະເປນ ຈໍານວນ 3​ນັດ ສົ່ງຜົນໃຫ້ຕ້ອງ ພາດລົງຫຼິ້ນເກັມພົບກັບ ແມນເຊັສເຕີ ຊີຕີ້ ໃນຄືນວັນເສົາ ທີ່ 31 ມັງກອນ 2015 ນີ້ ລວມເຖິງເກັມທີ່ຈະພົບກັບ ແອສຕັນ ວິລລ່າ ແລະ ເອຟເວີຣ໌ຕັນ ອີກດ້ວຍ.

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150130200104

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...