Homeຂ່າວພາຍ​ໃນຜີ ເຮ! ເສືອເຫຼືອງຍອມປ່ອຍໂຕ ຮຸມເມິ່ລສ໌ ຊ່ວງຊໍາເມີຣ໌

ຜີ ເຮ! ເສືອເຫຼືອງຍອມປ່ອຍໂຕ ຮຸມເມິ່ລສ໌ ຊ່ວງຊໍາເມີຣ໌

Published on

ມ

ແຟນບານ ແມນເຊັສເຕີຢູໄນເຕັດ ກຽມເຮດັງໆ ຫຼັງມີຂ່າວ ໂບຣຸສເຊຍ ດອຣ໌ທມຸນດ໌ ຍອມຂາຍ ມັທສ໌ ຮຸມເມິ່ລສ໌ ກອງຫຼັງໂຕເກັງໃຫ້ໃນຊ່ວງ ຊໍາເມີນີ້ທີ່ລາຄາ 37 ລ້ານປອນດ໌ ແລ້ວກັບໄປດືງອະເລັກຊານດາຣ໌ ດຣາໂກວິຊ ປາກາຫຼັງ ດິນາໂມ ເຄຍຟ ມາແທນ.

ແມນເຊັສເຕີຢູໄນເຕັດ ຍັກໃຫຍ່ແຫ່ງສຶກ ພຣີເມຍລີກອັງກິດ ໃກ້ໄດ້ ມັທສ໌ ຮຸມເມິ່ລສ໌ ກອງຫຼັງທີມຊາດເຢຍລະມັນ ເຂົ້າມາເສີມແນວຮັບ ໃນຊ່ວງຊໍາເມີຣ໌ນີ້ ຫຼັ້ງ ໂບຣຸສເຊຍ ດອຣ໌ທມຸນດ໌ ຕົ້ນສັງກັດໃນ ບຸນເດສລີກາ ຕົກລົງຍອມຂາຍໂຕໃຫ້ແລ້ວດ້ວຍຄ່າໂຕ 37​ລ້ານປອນດ໌ ຈາກລາຍງານເມື່ອວັນສຸກທີ່ 30 ມັງກອນທີ່ຜ່ານມາ.

“ເສືອເຫຼືອງ” ໂບຣຸສເຊຍ ດອຣ໌ທມຸນດ໌ ຫັນໄປໃຫ້ຄວາມສົນໃຈໃນໂຕຂອງ ອະເລັກຊານດາຣ໌ ດຣາໂກວິຊ ກອງຫຼັງຂອງ ດິນາໂມ ເຄຍຟ ມາແທນແນວຮັບທີມຊາດ ເຢຍລະມັນ ໂດຍຈາກການທີ່ ດອຣ໌ທມຸນດ໌ ກຳລັງເຮັດຜົນງານໃນບຸນເດສລີກາ ໄດ້ຢ່າງໜ້າຜິດຫວັງ ເຮັດໃຫ້ບໍ່ຕ້ອງການຂາຍ ນັກເຕະເກັ່ງຢ່າງ ຮຸມເມິ່ລສ໌ ແລະ ມາຣ໌ໂຄ ຣອຍສ໌ ອອກໄປໃນຊ່ວງຕະຫຼາດຊື້ຂາຍນັກເຕະໜ້າໜາວນີ້.

ທັ່ງນີ້ ຮຸມເມິ່ລສ໌ ໄວອາຍຸ 26ປີ ເປັນກໍາລັງສໍາຄັນທີ່ຊ່ວຍໃຫ້ “ອິນຊີເຫຼັກ” ຄວ້າແຊ່ມບານໂລກ 2014 ທີ່ປະເທດ ບຣາຊີລ.

>>ຂອບໃຈແຫຼ່ງຂໍ້ມູນ http://www.siamsport.co.th/football/premierleague/view.php?code=150130205807

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...