spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໄທກວດຕູ້ສິນຄ້າຈາກລາວ ພົບສິນຄ້າບໍ່ກົງກັບເອກະສານທີ່ແຈ້ງ

ເຈົ້າໜ້າທີ່ໄທກວດຕູ້ສິນຄ້າຈາກລາວ ພົບສິນຄ້າບໍ່ກົງກັບເອກະສານທີ່ແຈ້ງ

Published on

 

ຈາກກໍລະນີທີ່ເຈົ້າໜ້າທີ່ກົມຄະດີພິເສດ ຂອງໄທສົ່ງຕູ້ຄອນເທນເນີ ທີ່ບັນຈຸສິນຄ້າທີ່ສົ່ງໄປຈາກ ສປປ ລາວ 30 ຕູ້ ເພື່ອກຽມສົ່ງອອກໄປປະເທດຈີນ ເຊິ່ງຕ້ອງສົງໄສວ່າອາດຈະມີໄມ້ຂະຍຸງ ຊຸກເຊື່ອງໄວ້ ເມື່ອເອົາເຂົ້າກວດສອບຢູ່ສູນເອັກຊະເລ ດ່ານພາສີແຫຼມສະບັງ ແລ້ວພົບວ່າ ມີບາງຕູ້ທີ່ຕ້ອງສົງໄສ ຈຶ່ງໄດ້ປະສານທຸກໜ່ວຍງານທີ່ກ່ຽວຂ້ອງ ລວມທັງສະຖານທູດລາວ ຮ່ວມກັນກວດກາ.

ຫຼ້າສຸດເມື່ອວັນທີ 27 ມັງກອນ 2015 ພັນເອກ ດຸດສະດີ ອາຣະຍະວຸດ ຮອງຫົວໜ້າຫ້ອງການ ກະຊວງຍຸຕິທຳຂອງ(ໄທ), ທ່ານ ທີຣະພັດ ປຣະຍູນສິດທິ ຫົວໜ້າກົມປ່າໄມ້(ໄທ), ພັນໂທ ສຸພັດ ທຳມະຣັກ ພະນັກງານຈາກກົມຄະດີພິເສດ(ໄທ), ນາງ ສຸພັນ ແກ້ວກຳແພງເພັດ ທູດການຄ້າລາວ ປະຈຳປະເທດໄທ, ກົມອຸທະຍາຍານແຫ່ງຊາດ ສັດປ່າ ແລະພັນພືດ(ໄທ) ສະຖາບັນນິຕິວິທະຍາສາດ ແລະດ່ານພາສີ ພ້ອມກຳລັງຈາກກົມປ່າໄມ້(ໄທ) ຫຼາຍກວ່າ 100 ຄົນຮ່ວມກັນດຳເນີນການກວດກາ.

ພາຍຫຼັງຈາກເປີດຕູ້ກວດກາເບື້ອງຕົ້ນ ພົບກະເປົາປຸຍພາຍໃນບັນຈຸທ່ອນໄມ້ ທີ່ຄາດວ່າບໍ່ກົງກັບເອກະສານ ທີ່ສະແດງມາຫຼາຍກວ່າ 10 ເປົາ ພ້ອມທັງແກັດເຈ້ຍບັນຈຸຕົ້ນດອກເຜິ້ງປ່າ, ເຫັດຫຼິນຈື ເຊິ່ງບໍ່ກົງຕາມທີ່ໄດ້ສະແດງໄວ້ໃນເອກະສານ ເຊັ່ນກັນ.

ຈາກການກວດກາເບື້ອງຕົ້ນພົບວ່າ ມີການສະແດງບໍ່ຖືກຕ້ອງແນ່ນອນ ເນື່ອງຈາກໄມ້ທີ່ຢູ່ໃນຕູ້ມີລາຍການ ຕາມເອກະສານສະແດງໄວ້ສ່ວນຫຼາຍ ຄື ໄມ້ດູ່ ແລະໄມ້ຊິງຊັນ  ແຕ່ເທົ່າທີ່ເຈົ້າໜ໊າທີ່ກວດເບິ່ງພົບວ່າ ມີໄມ້ຫຼາຍກວ່າລາຍການທີ່ແຈ້ງໄວ້ ໃນເອກະສານຂົນສົ່ງສິນຄ້າ.

ແຫຼ່ງຂ່າວລະດັບສູງໃນຄະນະກວດກາ ຕູ້ສິນຄ້າຈາກ ສປປ ລາວ ເປີດເຜີຍວ່າ ຫຼັງຈາກເປີດຕູ້ສິນຄ້າ 6 ຕູ້ໃນຈຳນວນທັງໝົດ 30 ຕູ້ ແລ້ວພົບວ່າພາຍໃນຕູ້ສິນຄ້າມີການ ເຊື່ອງໄມ້ຂະຍຸງມາແທ້ ຕາມທີ່ໄດ້ຮັບລາຍງານຈາກສາຍຂ່າວ ບໍລິເວນຊາຍແດນລາວ-ໄທ ໂດຍເມື່ອວັນທີ 18 ມັງກອນ ເຈົ້າໜ້າທີ່ກົມຄະດີພິເສດ ໄດ້ນຳເອົາຕູ້ຄອນເທນເນີທີ່ບັນຈຸສິນຄ້າ ນຳເຂົ້າຈາກປະເທດລາວ 30 ຕູ້ ທີ່ເຊັນອະນຸຍາດຜ່ານຂັ້ນຕອນຂອງ ດ່ານພາສີອາການ ສປປ ລາວ ຂົນສົ່ງທາງບັກ ຂ້າມໄປຍັງປະເທດໄທ ທີ່ບ້ານນາຫິນໂງ່ນ ອຳເພີນາຕານ ຈັງຫວັດອຸບົນລາຊະທານີ.

 558000001088903

558000001088907

558000001088908

558000001088904


ຂ່າວທີ່ກ່ຽວຂ້ອງ:
ເຈົ້າໜ້າທີ່ໄທຢຶດຕູ້ສິນຄ້າຈາກລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...