Homeນານາສາລະເຄັດລັບ! ຊ່ວຍເສີມສ້າງຄວາມຈື່ຈໍາ

ເຄັດລັບ! ຊ່ວຍເສີມສ້າງຄວາມຈື່ຈໍາ

Published on

5 ເຄັດລັບ ຊ່ວຍເສີມສ້າງຄວາມຈໍາ

558000000321505

1 ຢ່າອົດອາຫານຕອນເຊົ້າ

ອາຫານເຊົ້າຖືໄດ້ວ່າເປັນຄາບອາຫານທີ່ສໍາຄັນຕໍ່ກັບຮ່າງກາຍ ອີກທັງຍັງຊ່ວຍເສີມພະລັງງານໃຫ້ກັບສະໝອງໄດ້ ທັ່ງນີ້ໃຜທີ່ອົດອານຫານເຊົ້າເປັນປະຈໍາອາດເຮັດໃຫ້ມີຄວາມສ່ຽງ ຕໍ່ການທີ່ຈະເປັນ ເສັ້ນເລືອດໃນສະໝອງ ແລະ ຫົວໃຈອຸດຕັນໄດ້.

2 ຮັບປະທານອາຫານທີ່ມີປະໂຫຍດ

ຄວນເລືອກຮັບປະທານອາຫານທີ່ມີປະໂຫຍດໃຫ້ຄົບ 5 ໝູ່ບໍ່ວ່າຈະເປັນຜັກ ໝາກໄມ້ ຄາຣ໌ໂບໄຮເດຣຕ ເຊັ່ນ ເຂົ້າກ້ອງ(ເຂົ້າຮາງ) ເຂົ້າໜົມປັງໂຮລວິຕ ແລະ ອຶ່ນໆ, ປະເພດໂປຣຕິນ ເຊັ່ນຊີ້ນປາ ຖົ່ວ ນົມ ແລະ ໄຂມັນທີ່ດີເປັນຕົ້ນ ເພາະນອກຈາກຈະເຮັດໃຫ້ສຸຂະພາບດີແລ້ວ ຍັງເຮັດໃຫ້ສະໝອງດີອີກດ້ວຍ.

3 ໝັ່ນດື່ມນໍ້າເລື່ອຍໆ ໃຫ້ໄດ້ມື້ລະ 2-3 ລິດຕໍ່ວັນ

ຮ່າງກາຍຂອງມະນຸດເຮົາປະກອບໄປດ້ວຍນໍ້າເຖີງ 70% ເພາະນໍ້າມີສ່ວນສໍາຄັນຢ່າງຍິ່ງຕໍ່ລະບັບໃນຮ່າງກາຍ ຊຶ່ງຜູ້ຊາຍຄວນດື່ມວັນລະ 3 ລິດ ສ່ວນຜູ້ຍິງຄວນດື່ມວັນລະ 2.2 ລິດ ຫາກວ່າຮ່່າງກາຍຂອງຄົນເຮົາໄດ້ຮັບນໍ້າໜ້ອຍຈົນເກີນໄປຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍອີກທັງຍັງເຮັດໃຫ້ສະມອງຂອງທ່ານເຊື່ອມລົງໄດ້. ເນື່ອງມາຈາກເລື່ອດໄປລ້ຽງສະໝອງບໍ່ພຽງພໍ ເພາະສະໝອງມີອົງປະກອບທີ່ເປັນນໍ້າເຖີງ 85% ເລີຍລະ.

4 ອອກກໍາລັງກາຍເປັນປະຈໍາ

ການອອກກໍາລັງກາຍເປັນປະຈໍາຢ່າງໜ້ອຍມື້ລະ 30 ນາທີ ຈະສົ່ງຜົນດີຕໍ່ລະບົບການເຮັດວຽກຂອງສະໝອງ ເພາະຈະຊ່ວຍກະຕຸ້ນອອກຊີເຈນເພື່ອລໍາລຽງໄປຍັງສະໝອງ ເຮັດໃຫ້ສະໝອງຕຶ່ນໂຕ ແລະ ມີການພັດທະນາທັ່ງນີ້ຍັງຊ່ວຍໃຫ້ທ່ານສົດຊື່ນຕະຫຼອດມື້ດ້ວຍ.

5 ພັກຜ່ອນໃຫ້ພຽງພໍ

ຮູ້ບໍ່ວ່າການນອນພັກຜ່ອນບໍ່ພຽງພໍເປັນສິ່ງທີ່ບໍ່ດີຕໍ່ກັບສະໝອງ ເພາະການນອນລັບເປັນສ່ວນໜຶ່ງທີ່ສາມາດຊ່ວຍພັດທະນາຄວາມຈໍາໄດ້ດີອີກທາງໜຶ່ງ ຊຶ່ງຮ່າງກາຍຂອງຄົນເຮົາຄວນໄດ້ພັກຜ່ອນ 6-8 ຊົ່ວໂມງຕໍ່ມື້ ຊຶ່ງການນອນລັບຢ່າງພຽງພໍນັ້ນ ຈະສົ່ງຜົນດີຕໍ່ກັບສະໝອງຊ່ວຍໃຫ້ສະໝອງ ປອດໂປ່ງມີສໍາມາທິ ແລະ ຄວາມຈື່ຈໍາດີຂຶ້ນນັ້ເອງ.

 

>>ຂອບໃຈແຫຼ່ງທີ່ມາhttp://www.trueplookpanya.com/new/cms_detail/general_knowledge/21012

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...