Homeຂ່າວພາຍ​ໃນສື່ເຜີຍ! ເຊລຊີ ພ້ອມຈ່າຍຄ່າ ສີກສັນຍາ ດືງ“ກວາດຣາໂດ້”ມາຮ່ວມທີມ

ສື່ເຜີຍ! ເຊລຊີ ພ້ອມຈ່າຍຄ່າ ສີກສັນຍາ ດືງ“ກວາດຣາໂດ້”ມາຮ່ວມທີມ

Published on

Atalanta BC v ACF Fiorentina - Serie A

ສື່ອີຕາລີ່ ລາຍງານ ເຊລຊີ ພ້ອມຈ່າຍຄ່າຕົວ ຮວນ ກວາດຣາໂດ້ ປີກທີມຊາດ ໂຄລໍາເບຍ ຈໍານວນ 27.5 ລ້ານປອນດ໌ ໃຫ້ກັບ ຟິອອໍເຣນຕີນ່າ ເພື່ອທີ່ຈະໄດ້ປ່ອຍນັກເຕະມາສວມຊຸດ “ສິງໂຕນໍ້າເງີນຄາມ” ໃນຊ່ວງສຸດທ້າຍຂອງຕະຫຼາດພໍ່ຄ້າແຂ່ງເດືອນ ມັງກອນນີ້.

ເຊລຊີ ຈ່າຝຸງແຫ່ງສຶກພຣີເມຍລີກ ອັງກິດ ຕົກເປັນຂ່າວ ຕົກລົງທີ່ຈະສີກສັນຍາໃຫ້ກັບ ຟິອອໍເຣນຕີນ່າ ສະໂມສອນດັງໃນກັລໂຊ່ ເຊເຣຍອາ ອິຕາລີ່ ເພື່ອດືງໂຕ ຮວນ ກວາດຣາໂດ້ ປີກຈອມຖະຫຼົ່ມປະຕູ ມາຄ້າແຂ່ງໃນຖິ່ນ ສະເຕມຟອຣ໌ດ ບຣິດຈ໌ ຈາກການເປີດເຜີຍຂອງ “ສະກາຍ ສະປອຣ໌ຕ ອີຕາເລຍ” ສື່ຊັ້ນນໍາໃນແດນມະກະໂຣນີ

ດາວເຕະໄວອາຍຸ 26ປີ ຕົກເປັນຂ່າວກຽມຍ້າຍມາຄ້າແຂ່ງໃນທັບ “ສິງໂຕນໍ້າເງິນຄາມ” ມາຕະຫຼອດໃນຊ່ວງຕະຫຼາດນັກເຕະຊື້ຂາຍນັກເຕະ ຮອບ2 ເດືອນ ມັງກອນນີ້. ຢ່າງໃດກໍ່ຕາມເລື່ອງດັ່ງກ່າວຍັງບໍ່ທັນມີຄວາມຄືບໜ້າຫຍັງຫຼາຍ ແຕ່ຫຼ້າສຸດການຍ້າຍທີມຂອງ ກວາດຣາໂດ້ ໃກ້ຈະສໍາເລັດໃນໄວໆນີ້.

“ສະກາຍ ສະປອຣ໌ຕ ອີຕາເລຍ” ລາຍງານວ່າທີມຂອງ ກຸນຊື ໂຊເຊ່ ມູຣິນໂຢ່ ພ້ອມທີ່ຈະຍື້ນຂໍ້ສະເໜີຈໍານວນ 27.5 ລ້ານປອນດ໌ ເພື່ອທີ່ຈະດຶງຕົວ ດາວເຕະທີມຊາດໂຄລໍາເບຍ ຊຶ່ງຍ້າຍມາຈາກ ອູດິເນເຊ່ ມາຫຼິ້ນກັບ “ມ່ວງມາຫາກາລ” ເມື່ອປີ2012 ເພື່ອມາຮ່ວມຫຼິ້ນກັບ ເຊລຊີ.

>>ຂອບໃຈແຫຼ່ງທີ່ມາhttp://www.siamsport.co.th/football/premierleague/view.php?code=150129064359

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...