Homeຂ່າວພາຍ​ໃນ“ສິງ”ສະດຸ້ງ! “ຄອສຕ້າ” ຖືກຕັ້ງຂໍ້ຫາຢຽບ “ຊານ”

“ສິງ”ສະດຸ້ງ! “ຄອສຕ້າ” ຖືກຕັ້ງຂໍ້ຫາຢຽບ “ຊານ”

Published on

000000310

ເອຟເອ ຈັດການຕັ້ງຂໍ້ຫາຫລິ້ນຮຸນແຮງເກິນກວ່າເຫດກັບ ດີເອໂກ້ ຄອສຕ້າ ທີມເຊລຊີ ໂທດທີ່ເຂົາຢຽບໃສ່ກັບ ເອ໊ມແຮ່ ຊານ ນັກເຕະສາລະພັດປະໂຫຍດ ຂອງສະໂມສອນລີເວີຣ໌ພູລ ລະຫວ່າງເກັມແຄປປີຕອລວັນຄັພ ຮອບຕັດເຊືອກນັດສອງເມື່ອວັນອັງຄານທີ່ຜ່ານມາ ໂດຍດາວຍິງໄວ 26ປີ ອາດຈະຖືກແບນ ຫ້າມລົງສະໜາມເຖີງ 3 ນັດ ຫາກຖືກຕັດສິນວ່າມີຄວາມຜິດແທ້.

ສະມາຄົມບານເຕະອັງກິດ (ເອຟເອ) ຕັ້ງຂໍ້ຫາ ດີເອໂກ້ ຄອສຕ້າ ກອງໜ້າໂຕເກງຂອງ ເຊລຊີ ສະໂມສອນຍັກໃຫຍ່ແຫ່ງສຶກພຣີເມຍລີກ ອັງກິດ ເນື່ອງຈາກການຫຼິ້ນຮຸນແຮງເກີນກວ່າເຫດ ລະຫວ່າງເກັມແຄປປີຕອລວັນຄັພ ຮອບຮອງຊະນະເລີດນັດສອງ ທີ່ທັບ “ສິງບຣູສ໌” ເປີດຮັງ ສະແຕມຟອຣ໌ດ ບຣິດຈ໌ ເອົາຊະນະ ລີເວີຣ໌ພູລ 1-0 ໃນຊ່ວງຕໍ່ເວລາພິເສດ ຫຼັງຈົບ90 ນາທີ ສະເໝີ 0-0 ເມື່ອຄືນວັນອັງຄານ ທີ27 ມັງກອນ 2015 ທີ່ຜ່ານມາ.

ໃນເກັມນັ້ນ ຄອສຕ້າ ຖືກກ່າວຫາວ່າຢຽບ ເອ໊ມເຣ່ ຊານ ດາວເຕະຂອງລີເວີຣ໌ພູລ ຊຶ່ງເຖິງແມ່ນວ່າ ທີມຂອງກໍາມະການຈະບໍ່ເຫັນເຫດການດັ່ງກ່າວ ແຕ່ກ້ອງວີດີໂອສາມາດຈັບພາບນັ້ນໄດ້ຢ່າງຊັດເຈນ.

ທັ້ງນີ້ ແຂ່ງໄວ 26ປີ ດີເອໂກ້ ຄອສຕ້າ ມີເວລາທີ່ຈະຕອບສະໜອງຕໍ່ຂໍ້ຫານີ້ຈົນເຖິງເວລາ 18:00 ນາທີ, ຂອງວັນພະຫັດທີ29 ມັງກອນ 2015ນີ້ ຕາມເວລາທ້ອງຖິ່ນ ໂດຍຖ້າຫາກຖືກຕັດສິນວ່າມີຄວາມຜິດແທ້ ເຂົາກໍ່ຈະມີສິດຖືກແບນ ຫາມລົງສະໜາມເຖີງ 3 ນັດ, ຫຼັງຈາກທີ່ ຊາຣ໌ລີ ອະດໍາ ມິດຟິລດ໌ ສະໂຕ໊ກ ຊີຕີ້ ກໍ່ເຄີຍຢຽບຄູ່ແຂ່ງ ຈົນຖືກແບນຫ້າມລົງສະໜາາມເຖີງ 3 ນັດມາແລ້ວ.

>>ຂອບໃຈແຫຼ່ງທີ່ມາ http://www.siamsport.co.th/football/premierleague/view.php?code=150129010515

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...