Homeຂ່າວພາຍ​ໃນລາວ​ສູນ​ເສຍ​ອາກອນ​ຢາສູບ ​ເປັນ​ຈຳນວນ​ເງິນ​ຢ່າງ​ຫຼວງຫຼາຍ!

ລາວ​ສູນ​ເສຍ​ອາກອນ​ຢາສູບ ​ເປັນ​ຈຳນວນ​ເງິນ​ຢ່າງ​ຫຼວງຫຼາຍ!

Published on

smoking

ວັນ​ທີ 27 ມັງກອນ​ນີ້ ທ່ານ ນາງ ດຣ ຈູ​ລຽດ ​​ໄຟ​ລ​ໂຊຄ໌, ຜ​ູ້ຕ່າງ​ໜ້າ​ອົງການ​ອະນາ​ໄມ​ໂລກ​ປະຈຳ​ລາວ​ໄດ້​ຖະ​ແຫຼ່ງຜົນ​ຂອງ ​ການ​ປະ​ເມີນ​ການຈັດຕັ້ງປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ຂອງ ສ ປປລາວ​ຕໍ່​ສື່​ມວນ​ຊົນ​ວ່າ: ລັດ ຖະບານ​ລາວ​ໄດ້ສຸມໃສ່ເຮັດໜ້າທີ່ຂອງຕົນໄດ້​ດີ​ພໍ​ສົມຄວນ​ໃນ​ການຈັດ​ຕັ້ງ​ ປະຕິບັດ​ສົນທິ ສັນຍາ​ສາກົນວ່າ​ດ້ວຍ​ການ​ຄວບ​ຄຸມ ຢາສູບ,ພາຍຫຼັງທີ່ໄດ້​​ໃຫ້​ສັດຕະຍາບັນ​ຕໍ່​ສົນ​ທິສັນຍາ​ດັ່ງກ່າວ​ໃນ​ປີ 2006 ,ຫຼັງ​ຈາກ​ນັ້ນ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ກໍ​ໄດ້​ຖືກ​ຮັບຮອງ​ເອົາ​ ໂດຍ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ​ພະ​ຈິກ​ 2009 ​ແລະ​ເພື່ອ​ເຮັດ​ໃຫ້​ກົດໝາຍ​ຄວບ​ຄຸມ​ຢາສູບ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ, ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ລັດຖະບານ​ເປັນ​ຕົ້ນ​ແມ່ນ​ກະຊວງ​ສາທາລະນະ​ ສຸກ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ຄົມມະນາຄົມ​ແລະ​ຂົນ​ສົ່ງ,ສູນ​ກາ​ງສະຫາ​ພັນ​ແມ່ຍິງ​ແລະ​ກະຊວງ​ສຶກສາ​ ທິການ​ແລະ​ກິລາ,​ໄດ້​ອອກດຳ​ລັ​ດ​, ລະບຽບ​ການ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ​ໂດຍ​ອີງ​ຕາມ​ຂະ​ບວນການ​ ທາງ​ກົດໝາຍ,ຊຶ່ງ​ໄດ້​​ເຮັດ​ໃຫ້ຕົວ​ເມືອງ​ປອດ​ຄວັນ​ຢາ​ສູບ​ຖືກສ້າງ ​ຕັ້ງ​ຂື້ນ​ໃນ​ຫຼາຍ​​ເຂດ​ແຂວງ​ທົ່ວ​ປະ​ເທດ, ການ​ໂຄສະນາ​ກ່ຽວ​ກັບ​ຢາສູບ​ແມ່ນ​ມີ​ທ່າ​ອ່ຽງຫຼຸດ​ລົງ​ແລະ​ຍັບ​ເຂົ້າ​ຫາ ການ​ບັນລຸຕາມ​ສົນທິສັນຍາ​ເທື່ອລະ​ກ້າວ.​ ແຕ່ຄຽງຄູ່ກັນນັ້ນໃນປັດຈຸ​ບັນອຸປະສັກ​ທີ່​ສຳຄັນຂອງ​ລາວ​ໃນ​ການປະຕິບ​ັດຕາມ​ ພັນທະ​ຕ່າງໆ​ຂອງ​ສົນທິ​ສັນຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ,​ໂດຍສະ​ ເພາະ​ແມ່ນ​ມາດຕາ 5.3 ​ແມ່ນການປົກ​ປ້ອງ​ນະ​​ໂຍບາຍ​ສຸຂະພາບ​ຈາ​ກການ​ແຊກ​ແຊງ​ຂອງ​ບໍລິສັດ​ຢາສູບ,​ ແມ່ນ​ສັນຍາ​ການ​ລົງ​ທືນ ພາຍ​ໃນ​ທີ່​ລັດຖະບານ​ລາວ​ໄດ້​ລົງ​ນາມ​ກັບ​ບໍລິສັດ​ຢາສູບ ອິມພີຣຽນ​ໃນ​ປີ 2001 ​ເພື່ອ​ຫັນ ​ປ່ຽນ​ກຳມະສິດ​ຢາສູບ​ຂອງ​ລັດ​ທີ່​ກຸ້ມ​ຕົນ​ເອົງ​ເປັນ​ບໍລິສັດ​ຮ່ວມ​ທືນ,​ໃນ​ ສັນຍາ​ແມ່ນ​ໄດ້​ມອບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງຫຼາຍ​ໃຫ້​ບໍລິສັດ​ຮ່ວມ​ທືນ,​ໂດຍ​ ປັດຈຸ​ບັນລັດຖະບານ​ລາວ​ໄດ້​ຮັບ​ອາ ກອນ​ຢາສູບ​ພຽງ 15% ຂອງ​ມູນ​ຄ່າ​ການ​ຜະລິດ, ຊຶ່ງ​ບໍ​ສະ​ເພາະ​ແຕ່​ເທົ່າ​ນັ້ນ​ສັນຍາ​ດັ່ງກ່າວ​ຍັງ​ສົ່ງ​ຜົນ​ກະ​ທົບ ທາງ​ລົບ​ຕໍ່​ຄວາມ​ພະຍາຍາມ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຢາສູບ​, ຂະນະ​ທີ່​ສ່ວນ​ແບ່ງ​ການ​ຕະຫຼາດ​ສ່ວນ​ໃຫຍ່​ພັດ​ແມ່ນ​ບໍລິສັດ​ຮ່ວມ​ທືນ​​ເປັນ​ ຜູ້​ໄດ້​ຮັບ ,ຈຶ່ງ​ເຮັດ​ໃຫ້ການ​​ເກັບ​ອາກອນ​ຢາສູບ​​ໃນ​ລາວ​ຕ່ຳ​ກວ່າ​ບັນດາ​ປະ​ເທດ​ໃນ​ອາ​ ຊຽນ, ດັ່ງນັ້ນ​ໃນ​ນາມ​ອົງການ​ອະນາ​ໄມ​ໂລກ​ຂໍ​​ແນະນຳ​ວ່າ: ອາກອນ​ການ​ຊົມ​ໃຊ້​ຢາສູບ​ໃນ​ລາວ​ຢ່າງ​ໜ້ອຍ ຕ້ອງເປັນ 70% ຂອງ​ມູນ​ຄ່າ​ການ​ຂາຍຍ່ອຍ,ສະ​ນັ້ນ​ໄລຍະ​ຜ່ານ​ມາ​ລັດຖະບານ​ລາວ​ໄດ້​ສູນ​ເສຍ​ ອາກອນ​ຢາ ສູບ​ເປັນ​ຈຳນວນ​ເງິນ​ຢ່າງ​ຫຼວງຫຼາຍແລະເຫັນ​ວ່າ​ບັນດາ​ມາດ​ຕະການ​ຕ່າງໆ​ຂອງ​ ສັນຍາ​ການ​ລົງທືນລະຫວ່າງ​ລັດຖະ ບານ​ລາວ​ກັບ ບໍລິສັດ​ຢາສູບ​ແມ່ນຍັງ​ບໍ່​ສອດຄ່ອງ​ກັບ​ສົນທິ​ສາຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ ຄຸມ​ຢາສູບ, ລັດຖະທຳ​ມະນູນ​ແລະ​ນິຕິ​ກຳ​ຂອງ ສປປ ລາວ ​ແມ່ນ​ຄວນ​ລົບລ້າງຫຼື​ດັດ​ແປງໃຫ້​ສອດຄ່ອງ​ພາຍ​ໃຕ້​ຂະ​ບວນ ການ​ຍຸຕິ​ທຳ​ຂອງ​ກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...