Homeຂ່າວພາຍ​ໃນນະຄອນຫຼວງ ຈະສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຢ່າງຕໍ່ເນື່ອງ

ນະຄອນຫຼວງ ຈະສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຢ່າງຕໍ່ເນື່ອງ

Published on

20150126091933

ກອງ​ປະຊຸມ​ອົງການ​ປົກຄອງນະຄອນຫຼວງ​ວຽງ​ຈັນ ປະຈຳເດືອນ​ມັງກອນ 2015 ຈັດ​ຂຶ້ນ​ວັນທີ 26 ມັງກອນ 2015 ຢູ່​ທີ່​ຫ້ອງວ່າການ​ປົກຄອງນະຄອນຫຼວງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ ເຊິ່ງ​ມີ​ບັນດາ​ຮອງ​ເຈົ້າ​ຄອງ ເຈົ້າເມືອງ ແລະ ຫົວໜ້າ​ພະແນກການຕ່າງໆ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນໄດ້​ຮັບ​ຟັງ​ການ​ລາຍ​ງານ ແລະ ປະກອບ​ຄຳ​ເຫັນ​ຕໍ່​ຮ່າງ​ດຳລັດຕ່າງໆ ໂດຍ​ສະເພາະ​ແມ່ນ​ຮ່າງດຳລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງແຄມ​ຂອງ ຮ່າງ​ດຳລັດ​ວ່າ​ດ້ວຍການ​ກຳນົດ​ຂອບ​ເຂດ​ສະຫງວນຮ່ອງ​ລະບາຍ​ນ້ຳ​ບຶງ​ທາດຫຼວງ ບຶງ​ຄັດ​ເຄົ້າ-ຫ້ວຍ​ໝາກ​ຮຽວ ແລະ ຫ້ວຍ​ເດື່ອ ການ​ລາຍ​ງານ ແລະ ປະກອບ​ຄຳ​ເຫັນ​ຕໍ່​ການນຳ​ໃຊ້​ໃບ​ເກັບ​ເງິນ​ອາກອນ ແລະ ອາກອນ​ມູນ​ຄ່າ​ເພີ່ມ​ແບບ​ມີ​ລາງວັນ ຈາກ​ບັນດາ​ຫົວໜ້າ​ພະ​ແນກການ​ທີ່​ກ່ຽວຂ້ອງ ​ຮັບຜິດຊອບ​ວຽກງານ​ດັ່ງກ່າວ.

ນອກຈາກ​ນີ້ ໃນ​ກອງ​ປະຊຸມທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງເຈົ້າ​ຄອງ​ນະຄອນຫຼວງ ຍັງ​ໄດ້ລາຍ​ງານ ແລະ ຕີ​ລາຄາ​ຜົນການຈັດຕັ້ງ​ປະຕິບັດ ​ວຽກ​ງານລວມ​ຂອງ​ອົງການ​ປົກຄອງ​ນະຄອນ​ຫຼວງ ປະຈຳ​ໄຕ​ມາດ I (ເດືອນ 10-12 ສົກ​ປີ 2014-2015) ແລະ ທິດ​ທາງ​ແຜນການ ປະຈຳ​ໄຕ​ມາດ II (ເດືອນ 1-3 ສົກ​ປີ 2014-2015) ໂດຍ​ຜ່ານການຈັດຕັ້ງ​ປະຕິບັດ​ໃນ 3 ເດືອນທີ່​ຜ່ານ​ມາ ສາມາດ​ປະຕິບັດ​ໄດ້ທັງ​ໝົດ 169 ໂຄງການ ມູນ​ຄ່າ 42.492,88 ລ້ານ​ກີບ ເຊິ່ງ​ນະຄອນ​ຫຼວງ​ໄດ້​ຮັບ​ມອບ​ໝາຍ​ຈາກກະຊວງ​ການ​ເງິນ ​ໃຫ້​ຈັດ​ຕັ້ງ​ປະຕິບັດ​ແຜນການ​ເກັບ​ລາຍ​ຮັບ​ໃນ​ສົກປີ 2014-2015 ທັງ​ໝົດ 1.042 ຕື້​ກີບ ກວມ​ເອົາ 2,94% ຂອງ GDP ນະຄອນຫຼວງ ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ງວດ I (ແຕ່​ວັນ​ທີ 1/10/2014-24/12/2014) ສາມາດ​ປະຕິບັດ​ໄດ້ 181,24 ຕື້​ກີບ ເທົ່າ​ກັບ 13,46% ຂອງ​ແຜນການ​ປີ ໃນ​ນັ້ນ ຂະແໜງ​ສ່ວຍ​ສາອາກອນ ປະຕິບັດ​ໄດ້ 13,56 ຕື້ກີບ ເທົ່າ​ກັບ 14,01% ຂອງ​ແຜນການ​ປີ ຂະແໜງ​ຊັບ​ສິນ​ຂອງ​ລັດປະຕິບັດ​ໄດ້ 5,70 ຕື້​ກີບ ເທົ່າ​ກັບ 7,03% ຂອງ​ແຜນການ​ປີ ຂະແໜງ​ການ​ເງິນ​ລັດ​ວິ​ສາ​ຫະ​ກິດ ປະຕິບັດ​ໄດ້ 418,90 ລ້ານ​ກີບ ເທົ່າ​ກັບ 66,81% ຂອງ​ແຜນການ​ປີ ລາຍ​ຮັບ​ພາສີ (ພູດ​ແບ່ງປັນ) ປະຕິບັດ​ໄດ້ 40,56 ຕື້​ກີບ ເທົ່າ​ກັບ 13,31% ຂອງ​ແຜນການ​ປີ ດ້ານ​ລາຍ​ຈ່າຍ​ງົບ​ປະມານ​ປະຕິບັດ​ໄດ້​ທັງ​ໝົດ 126,32 ຕື້​ກີບ ເທົ່າ​ກັບ 21,74% ຂອງແຜນການ​ປີ.

ສຳລັບ​ທິດ​ທາງ​ແຜນ​ວຽກ​ປະຈຳ​ໄຕ​ມາດ II (ເດືອນ 1-3 ສົກ​ປີ 2014-2015) ສືບຕໍ່​ສູ້​ຊົນ​ເຮັດ​ໃຫ້ເສດຖະກິດ​ຂະຫຍາຍ​ຢ່າງ​ຕໍ່​ເນື່ອງ ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນຂອງ​ນະຄອນຫຼວງ ​ເພີ່ມ​ຂຶ້ນ​ບໍ່​ໃຫ້ຫຼຸດ 12,7% ຄາດ​ຄະເນ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ ​ຈະ​ໃຫ້​ໄດ້​ໃນ​ລະດັບ 29.912 ຕື້​ກີບ ສ້າງ​ທຸກ​ເງື່ອນໄຂ​ໃນ​ການ​ດຶງ​ດູດເອົາ​ນັກ​ລົງທຶນ​ພາຍ​ໃນ ແລະ ຕ່າງປະເທດ​ມາ​ລົງທຶນ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ສູ້​ຊົນ​ຈັດ​ຕັ້ງປະຕິບັດ​ໃຫ້​ໄດ້​ຕາມ​ລະດັບ​ຄາດໝາຍ ​ຂອງ​ແຕ່​ລະ​ຂະແໜງການລາຍ​ຮັບ ເພື່ອ​ຕອບ​ສະໜອງ​ລາຍຈ່າຍ​ທີ່​ກະຊວງ​ການ​ເງິນ​ມອບໝາຍ​ໃຫ້​ປະຕິບັດ​ໄດ້ 100% ຕົວເລກ​ຄາດໝາຍສູ້​ຊົນ​ແຜນການລາຍ​ຮັບ​ປະຈຳ​ໄຕ​ມາດ II ສົກ​ປີ 2014-2015 ໃຫ້​ໄດ້ 312,63 ຕື້ກີບ ຄາດ​ຄະເນ​ປະຕິບັດ 2 ງວດ (6 ເດືອນ) ເທົ່າ​ກັບ 41,86% ເປັນ​ເງິນ 436,26 ຕື້​ກີບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...