Homeຂ່າວພາຍ​ໃນເນຍ໌ມາຣ໌ ຍົກເຄຣດິດໃຫ້ ເມສຊີ່ ທີ່ຊ່ວຍດືງຟອຣ໌ມກັບມາ

ເນຍ໌ມາຣ໌ ຍົກເຄຣດິດໃຫ້ ເມສຊີ່ ທີ່ຊ່ວຍດືງຟອຣ໌ມກັບມາ

Published on

7ba3eefc0b5b4b47bb57658c843b03cb

ເນຍ໌ມາຣ໌ ກອງໜ້າພອນສະຫວັນທີມຊາດ ບາຣ໌ຊິລຂອງ ບາຣ໌ເຊໂລນ່າ ມະຫາອໍານາດລູກໜັງແຫ່ງສຶກ ລາລີກາສະເປນ ກ່າວຂອບໃຈ ລີໂອເນລ ເມສຊີ່ ອັດສິລິຍະເພື່ອນຮ່ວມສັງກັດ ທີ່ມີສ່ວນສໍາຄັນເຮັດໃຫ້ຕົນເອງ ສາມາດງັດຟອຣ໌ມສຸດຍອດອອກມາ ໄດ້ໃນການລົງສະໜາມໃຫ້ທີມໃນລະດູການທີ່ 2 ໃນຖິ່ນຄໍາປ໌ ນູ.

ດາວເຕະສາຍເລືອດບາຣ໌ຊີລ່ຽນ ຍິງໄດ້ 2 ປະຕູຈາກການອັດສີດຂອງ ເມສຊີ ໃນແມດຊ໌ທີ່ທັບ ເຈົ້າບຸນທຸ່ມ ໄລ່ຖະຫຼົ່ມ ເອລເຊ່ 6-0 ເມື່ອວັນເສົາທີ່ຜ່ານມາສົ່ງຜົນໃຫ້ໃນຕອນນີ້ເຈົ້າໂຕຍິງໄປແລ້ວ 19 ປະຕູຈາກການຫຼິ້ນພຽງແຕ່ 24 ນັດ ທີ່ຫຼາຍກວ່າທີ່ເຂົາຍິງໄດ້ຕະຫຼອດທັງລະດູການທີ່ຜ່ານມາເຖິງ 4 ປະຕູ.

ເນຍ໌ມາຣ໌ ສະແດງຄວາມເຫັນວ່າ “ ນັກເຕະທັງໝົດທີ່ຂ້າພະເຈົ້າເຄີຍຫຼິ້ນນໍາ ດ້ວຍ ແນ່ນອນວ່າ ເມສຊີ ເກັ່ງທີ່ສຸດ ແລະ ຂ້າພະເຈົ້າກໍ່ໃຫ້ຄວາມເຄົາລົບໃນໂຕຂອງລາວຫຼາຍ ເຮົາສາມດຫຼິ້ນໄດ້ດີຂຶ້ນ ແລະ ສາມາດເຮັດຫຍັງໄດ້ຫຼາຍໆຢ່າງ ຊຶ່ງລວມກັນໄດ້ຢ່າງຍອດຢ່ຽມ ຖ້າທ່ານມີຄວາມສໍາພັນທີ່ດີ ຢູ່ນອກສະໜາມນັ້ນ ຍ່ອມມີອິດທິພົົນຕໍ່ຫຼາຍໆສິ່ງ ໃນສະໜາມດ້ວຍ ການຫຼິ້ນຄຽງຂ້າງນັກເຕະທີ່ເກັ່ງທີ່ສຸດ ມັນເຮັດໃຫ້ອີຫຍັງຫຼາຍຢ່າງ ງ່າຍຂຶ້ນ”.

>>ຂອບໃຈhttp://www.siamsport.co.th/football/laliga/view.php?code=150127022452

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...