Homeຂ່າວຕ່າງປະເທດເຮືອ​ບິນ​ຂັບ​ໄລ່ F-16 ກອງ​ທັບ​ເກ​ຣັກ ຕົກ​ໃນ​ແອັດ​ສະ​ປາຍ ເສຍ​ຊີ​ວິດ 10 ຄົນ!

ເຮືອ​ບິນ​ຂັບ​ໄລ່ F-16 ກອງ​ທັບ​ເກ​ຣັກ ຕົກ​ໃນ​ແອັດ​ສະ​ປາຍ ເສຍ​ຊີ​ວິດ 10 ຄົນ!

Published on

EyWwB5WU57MYnKOuFM9KhJQZoywiXsJkUuTU6AY9jZ09kxcs2gPrh7

ເກີດ​ເຫດ​ເຮືອ​ບິນ​ໄອ​ພົ່ນ F-16 ຂອງ​ເກ​ຣັກ ຕົກ​ທີ່​ຖານ​ທັບ​ອາ​ກາດ​ໃນ​ແອັດ​ສະ​ປາຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ ແລະ ບາດ​ເຈັບ​ອີກ​ຈຳ​ນວນ​ໜຶ່ງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 27 ມັງ​ກອນນີ້​ວ່າ ເຮືອ​ບິນ​ໄອ​ພົ່ນ​ຂັບ​ໄລ່ F-16 ຂອງກອງ​ທັບ​ເກ​ຣັກ ໄດ້​ປະ​ສົບ​ອຸ​ບັດ​ເຫດ​ຕຳ​ກັບ​ເຮືອ​ບິນ​ລຳ​ເອື່ນ​ທີ່​ຈອດ​ຢູ່ ໃນ​ຂະ​ນະ​ກຳ​ລັງ​ບິນ​ຈາກ​ຖານ​ທັບ​ອາ​ກາດ​ໃນ​ເຂດ ລອດ ຢາ​ນອດ ແຂວງ​ອັນ​ບາ​ເຊ​ເຕ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ແອັດ​ສະ​ປາຍ ຈົນ​ເຮືອ​ບິນ​ຕົກ​ລົງ​ມາ ແລະ ລະ​ເບີດ, ໃນ​ຂະ​ນະ​ທີ່​ທະ​ຫານ​ຂອງກອງ​ກຳ​ລັງ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ແອັດ​ແລນ​ຕິກ​ເໜືອ ຫລື ນາ​ໂຕ້ ກ​ຳ​ລັງ​ດຳ​ເນີນ​ການ​ເຝິກ​ຊ້ອມ​ຢູ່ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ ໃນ​ນັ້ນ​ລວມ​ມີ​ນັກ​ບິນ 2 ຄົນ ແລະ ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ 13 ຄົນ ເຊິ່ງ​ໃນ​ຈຳ​ນວນ​ນີ້​ອາ​ການ​ສາ​ຫັດ 6 ຄົນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...