Homeຂ່າວພາຍ​ໃນ"ໂດ້" ຖືກແບນ ພຽງນັດດຽວຫຼັງ ເປົາ ບໍ່ຂຽນລາຍງານ

“ໂດ້” ຖືກແບນ ພຽງນັດດຽວຫຼັງ ເປົາ ບໍ່ຂຽນລາຍງານ

Published on

“ໂດ້” ຖືກແບນຫ້າມລົງສະໜາມການແຂ່ງຂັນ ນັດດດຽວຫຼັງເປົາບໍ່ຂຽນລາຍງານ

150125G1Q60080

ສື່ເມືອງກະທິງດຸ ເຜີຍ ຄຣີສເຕຍໂນ ໂຣນັລໂດ້ ດາວເຕະ ເຣອັນມາດຣິດ ລາລີກາສະເປນ ອາດດວງເຮງຖືກແບນ ພຽງແຕ່ນັດດຽວ ເຫດຜຜົນຍ່ອນ ທ່ານເປົາ ບໍ່ໄດ້ຂຽນເຖິງ ພິດຕິກໍາທີ່ຮຸ້ນແຮງໄວ້ໃນລາຍງານໂດຍບອກແດ່ວ່າໄປເຕະຜູ້ຫຼິ້ນ ກອຣ໌ໂດບາ ຕອນເຂົ້າບໍ່ເຖິງບານແລ້ວເທົ້ານັ້ນ.

ຄຣິສເຕຍໂນໂລນັລໂດ້ ປີກຈອມຖະຫຼົ່ມປະຕູ ເຣອັນມາດຣິດ ທີມ ຈ່າຝຸງ ລາລີກາສະເປນ ມີໂອກາດຖືກແບນພຽງແຕ່ນັດດຽວ ຫຼັງຖືກໃບແດງຈາກການທໍາຮ້າຍຄູ່ແຂ່ງ ໃນນັດທີ່ຕົ້ນສັງກັດ ບຸກໄປເອົາຊະນະ ກອຣ໌ໂດບາ 2-1 ເຖິງສະໜາມເອສຕາດີໂອ ນວຍໂບ ອາຣ໌ການເຄລເມື່ອວັນເສົາ ທີ24 ມັງກອນ 2015ທີ່ຜ່ານມາ.

ໂຣນັລໂດ້ ໄປຫຼິ້ນນອກເກັມ ດ້ວຍການເຕະ ແລະ ຕົບໜ້າ ເອດິມາຣ໌ຟຣາກ້າ ແບັກຊ້າຍຂອງເຈົ້າຖິ່ນ ຫຼັ້ງຈາກທີ່ມີການຫຼິ້ລູກຟຣີຄິກໄປແລ້ວ ແລະ ກໍາມະການ ອະເລຈານໂດຣ ໂຈເຊ່ ເອຣ໌ນານເດຊ ກໍ່ບໍ່ລໍຊ້າຈົກໃບແດງ ໃຫ້ທັນທີໂດຍຖືເປັນຄັ້ງທີ່ 4 ນັບຕັ້ງແຕ່ຍ້າຍມາ ຢູ່ກັບ ລາຊັນຊຸດຂາວ ທີ່ເຈົ້າໂຕຖີກໄລ່ອອກໄປຈາກສະໜາມໃນເກັມລີກ.

ຈາກພຶກຕິກໍາທີ່ຮຸ້ນແຮງດັ່ງກ່າວເຮັດໃຫ້ດາວເຕະທີມຊາດໂປຕຸເກດ ມີສິດທີ່ຈະຖືກແບນເຖິງ 3 ເກັມ ລວມທັງເກັມດາຣ໌ບີແມັດຊ໌ ກັບແອດເລຕິໂກມາດຣິດ ແຕ່ ມາຣ໌ກ້າ ໜັງສືພີມກິລາລາຍວັນເຫຼັມດັງຂອງສະເປນ ເຜີຍວ່າຜູ້່ຕັດສິນບໍ່ໄດ້ຂຽນເຖິງການກະທໍາທີ່ຮຸ້ນແຮງໄວ້ໃນລາຍງານຂອງເຂົາ ເຮັດໃຫ້ໂຣນັລໂດ້ ມີໂອກາດຖືກແບນພຽງແຕ່ນັດດຽວເທົ້ນັ້ນ.

>>>ຂອບໃຈhttp://www.siamsport.co.th/football/laliga/view.php?code=150125190209

 

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...