Homeຂ່າວຕ່າງປະເທດກຸ່ມ IS ສັງ​ຫານ​​ແລ້ວ 1 ຄົນ ຫລັງ​ຍີ່​ປຸ່ນ​ບໍ່​ຈ່າຍ​ຄ່າ​ໄຖ່! ອີກ 1 ຄົນ ສະ​ເໜີ​ແລກ​ປ່ຽນ​ຕົວ​ປະ​ກັນ!

ກຸ່ມ IS ສັງ​ຫານ​​ແລ້ວ 1 ຄົນ ຫລັງ​ຍີ່​ປຸ່ນ​ບໍ່​ຈ່າຍ​ຄ່າ​ໄຖ່! ອີກ 1 ຄົນ ສະ​ເໜີ​ແລກ​ປ່ຽນ​ຕົວ​ປະ​ກັນ!

Published on

EyWwB5WU57MYnKOuFM9KFJjVVLUm7e692G9nvdNm9Y6pB2Xv4aV1Qs

ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະ​ລາມໃນ​ຊີ​ເຣຍ ປະ​ກາດ​ຜ່ານ​ສະ​ຖາ​ນີ​ວິ​ທະ​ຍຸ​ຂອງ​ຕົນ​ເອງ ຢືນ​ຢັນ​ວ່າ​ພວກ​ເຂົາ​ໄດ້​ສັງ​ຫານ 1 ໃນ 2 ຕົວ​ປະ​ກັນ​ຊາຍ​ຍີ່​ປຸ່ນ​ແລ້ວ ຫລັງ​ຍີ່​ປຸ່ນ​ບໍ່​ຍອມ​ຈ່າຍ​ເງິນ​ຄ່າ​ໄຖ່.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ​ນີ້​ວ່າ ກຸ່ມ​ຕິດ​ອາ​ວຸດ​ລັດ​ອິດ​ສະ​ລາມ​ ຫລື IS ໄດ້​ອອກ​ມາ​ຢືນ​ຢັນ​ຜ​່ານ​ສະ​ຖາ​ນີ​ວິ​ທະ​ຍຸ ອັນ-ບາ​ຢານ ຂອງ​ພວກ​ເຂົາ ໃນ​ມື້​ວັນ​ອາ​ທິດ​ທີ 25 ມັງ​ກອ​ນ​ຜ່ານ​ມາ​ນີ້​ວ່າ ພວກ​ເຂົາ​ໄດ້​ປະ​ຫານ​ຊີ​ວິດ 1 ໃນ 2 ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ ເຊິ່ງ​ຖືກ​ພວກ​ເຂົາ​ຈັບ​ເອົາ​ໄວ້​ແລ້ວ​ 1 ວັນ ຫລັງ​ຈາກ​ທີ່​ມີ​ການ​ເຜີຍ​ແຜ່​ຄ​ລິບ​ພາບ​ນິ້ງ ແລະ ສຽງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ ທ້າວ ເຄັນ​ຈິ ໂກ​ໂຕະ ຢືນ​ຖື​ພາບ​ສົບ​ຂອງ ທ້າວ ຮາ​ຣູ​ນະ ຢູ​ຄາ​ວະ ທີ່​ຖືກ​ຂ້າ​ຕັດ​ຄໍ.

ທັງ​ນີ້ ໃນ​ຄ​ລິບ​ວີ​ດີ​ໂອ​ພາບ​ນິ້ງ ທີ່​ມີ​ການ​ບັນ​ທຶກ​ສຽງ​ຂອງ​ຜູ້​ຊາຍທີ່​ອ້າງວ່າ ແມ່ນ​ສຽງ​ຂອງ​ທ້າວ ໂກ​ໂຕະ ໄດ້​ກ່າວ​ເປັນ​ພາ​ສາ​ອັງ​ກິດເຊິ່ງ​ໄດ້​ເວົ້າ​ວ່າ ທ້າວ ຢູ​ຄາ​ວະ ໄດ້​ຖືກ​ສັງ​ຫານ​ແລ້ວ ເພາະ​ຍີ່​ປຸ່ນ​ບໍ່​ຍອມ​ຈ່າຍ​ເງິນ​ຄ່າ​ໄຖ່ຈຳ​ນວນ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ ພາຍ​ໃນ 72 ຊົ່ວ​ໂມງ ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ປະ​ກາດ​ຮຽກ​ຄ່າ​ໄຖ່ ໃນ​ມື້​ວັນ​ອັງ​ຄານ​ທີ 20 ມັງ​ກອນ​ຜ່ານ​ມາ.

ສຳ​ລັບ ທ້າວ ເຄັນ​ຈິ ໂກ​ໂຕະ ໜຶ່ງ​ໃນ​ຕົວ​ປະ​ກັນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ໄດ້​ຖືກ​ກຸ່ມ​ລັດ​ອິດ​ສະ​ລາມ ປ່ຽນ​ຈາກ​ການ​ຮຽກ​ຄ່າ​ໄຖ່ມາ​ເປັນ​ຂໍ້​ສະ​ເໜີ​ໃໝ່ ໂດຍ​ພວກ​ເຂົາ​ຈະ​ຍອມ​ປ່ອຍ​ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ​ຜູ້​ນີ້ ຖ້າ​ຫາກ​ຍີ່​ປຸ່ນ​ສາ​ມາດ​ເຈ​ລະ​ຈາກັບ​ປະ​ເທດ​ຈໍ​ແດນ ປ່ອຍ​ຕົວ ແລະ ແລກ​ປ່ຽນ​ຕົວ​ປະ​ກັນ​ກັບ ນາງ ຊາ​ຈິ​ດາ ອັນ-ຣິ​ຊາ​ວີ ອາ​ຍຸ 44 ປີ ເຊິ່ງ​ກຳ​ລັງ​ຖືກ​ກັກ​ຂັງ​ລໍ​ຖ້າ​ໂທດ​ປະ​ຫານ​ຊີ​ວິດ​ໃນ​ປະ​ເທດ​ຈໍ​ແດນ ຈາກ​ຂໍ້​ຫາ​ພະ​ຍາມ​ກໍ່​ເຫດ​ລະ​ເບີດ​ຂ້າ​ຕົວ​ຕາຍ​ໃນ​ປີ 2005.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...