spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໄທ ຢຶດຕູ້ສິນຄ້າຈາກລາວ

ເຈົ້າໜ້າທີ່ໄທ ຢຶດຕູ້ສິນຄ້າຈາກລາວ

Published on

939618

ໂດຍອີງຕາມຂ່າວຈາກຕ່າງປະເທດ ລາຍງານວ່າ ເມື່ອວັນທີ 18 ມັງກອນ 2015 ທີ່ຜ່ານມາ ເຈົ້າໜ້າທີ່ຄະດີພິເສດ ຮ່ວມກັບຕຳຫຼວດເມືອງເຂັມມະລາດ ຈັງຫວັດອຸບົນ ແລະດ່ານພາສີສາກົນເຂັມມະລາດ ຂອງໄທ ດຳເນີນການອາຍັດຕູ້ຄອນເທນເນີ 30 ກວ່າຕູ້ ທີ່ມີກາປະທັບຜ່ານຂັ້ນຕອນການກວດກາ ແລະອະນຸຍາດຈາກດ່ານພາສີຂອງລາວ ຂົນສົ່ງທາງບັກຂ້າມໄປຍັງຝັ່ງປະເທດໄທ ທີ່ທ່າບັກບ້ານນາຫິນໂງ່ນ ເມືອງນາຕານ ແຂວງອຸບົນ ເນື່ອງຈາກສົງໄສວ່າອາດຈະມີການ ເຊື່ອງໄມ້ຂະຍຸງທີ່ຖືກລັກຕັດໃນປະເທດໄທ ແລ້ວສົ່ງມາຂາຍຍັງຝັ່ງປະເທດລາວ ກ່ອນຈະຖືກຢ້ອນເຂົ້າໄປໃນປະເທດໄທ ເພື່ອສົ່ງໄປຂາຍຍັງປະເທດຈີນ ເຊິ່ງບໍລິສັດທີ່ຮັບຂົນຍ້າຍໄດ້ຍື່ນຄຳຮ້ອງ ຄັດຄ້ານການເປີດ ໂດຍອ້າງເຫດຜົນວ່າຕ້ອງຂໍອະນຸຍາດ ຜ່ານສະຖານທູດຕາມຂະບວນການ ຕາມຂໍ້ຕົກລົງບາເຊໂລນາ ເນື່ອງຈາກຕູ້ໄດ້ຜ່ານພິທີການ ຂອງດ່ານພາສີມາແລ້ວ ເຊິ່ງເປັນສິນຄ້າຜ່ານແດນ.

ໃນຂະນະທີ່ ເຈົ້າໜ້າທີ່ດ່ານພາສີເຂັມມະລາດ ຂອງໄທກ່າວວ່າ ບໍ່ຮູ້ວ່າກົມຄະດີພິເສດຂອງໄທໄດ້ຂໍ້ມູນ ມາຈາກແຫຼ່ງໃດ ຈຶ່ງຂໍກວດກາທັງທີ່ຍັງບໍ່ມີການຈັບກຸມ ຫຼືດຳເນີນການໃດໆກັບໃຜ ທີ່ຜ່ານມາເລື່ອງໄມ້ງຽບຫາຍໄປດົນແລ້ວ ແລະມີຂຶ້ນມາອີກຈຶ່ງອາດຈະເປັນທີ່ສັງເກດ ສຳລັບຕູ້ຄອນເທນເນີເປັນຕູ້ຂອງໄທ ທີ່ໄປບັນຈຸທີ່ປະເທດລາວ ແລະໄດ້ຜ່ານການເຊັນອະນຸຍາດຈາກຝັ່ງລາວ ເຊິ່ງພາສີເຂັມມະລາດເຮັດຕາມໜ້າທີ່ ອຳນວຍຄວາມສະດວກຕູ້ສິນຄ້າສູ່ປະເທດທີສາມ ເປັນສິນຄ້າຜ່ານແດນຕາມຂໍ້ຕົກລົງ ແລະຕູ້ຈຳນວນນີ້ເຈົ້າແຂວງສາລະວັນ ໄດ້ຂໍອຳນວຍຄວາມສະດວກເພື່ອສົ່ງສິນຄ້າ ຜ່ານແດນເຖິງ ເຈົ້າແຂວງອຸບົນ ເຊິ່ງການຂໍກວດສອບ ຂອງກົມຄະດີພິເສດຂອງໄທ ຜູ້ປະກອບການກໍໃຫ້ຄວາມຮ່ວມມື ໃນການກວດສອບເປັນຢ່າງດີ ແຕ່ຂໍໃຫ້ເປັນໄປຕາມຂໍ້ຕົກລົງບາເລໂລນາ.


 

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...