Homeຂ່າວພາຍ​ໃນລັດ​ຊີ້​ແຈງ ເຫດ​ຜົນ​ອະ​ນຸ​ຍາດ ນັກ​ລົງ​ທຶນ​ຂຸດ​ຄົ້ນ-ສຳ​ຫວດບໍ່​ແຮ່ ຢ່າງ​ຫລວງ​ຫລາຍ!

ລັດ​ຊີ້​ແຈງ ເຫດ​ຜົນ​ອະ​ນຸ​ຍາດ ນັກ​ລົງ​ທຶນ​ຂຸດ​ຄົ້ນ-ສຳ​ຫວດບໍ່​ແຮ່ ຢ່າງ​ຫລວງ​ຫລາຍ!

Published on

mining

ໃນໄລຍະ​ດຳ​ເນີນກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​​ແຫ່ງ​ຊາດ​ຊຸດ ທີ VII ລະຫວ່າງ​ເດືອນ​ ທັນວາ 25014 ຜ່ານ​ມາ ​ໄດ້ ​ມີ​ປະຊາຊົນ ສະ​ແດງ ຄວາມ​ສົນ​ໃຈ​ຕໍ່ກັບ​ບັນຫາ​ທີ່ລັດຖະບານ​ອະນຸ ຍາດ​ໃຫ້​ນັກ​ລົງ​ທືນຈາກ​ຕ່າງ​ຊາດ​ເຂົ້າ​ມາ​ສຳຫຼວດ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ເຮົາຫຼາຍ​ເກີນ​ໄປ ອາດ​ຈະ​ເກີດ​ບັນຫາ​ຕາມ​ມາ​ໃນ​ອະນາຄົດ.

ຕໍ່ກັບ​ບັນຫາ​ນີ້ ທ່ານ ແກ້ວ ຄຳ​ຜາ​ວົງ ຮອງ​ຫົວໜ້າກົມ​ບໍ່​ແຮ່ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ຊີ້​ແຈງ​ຢູ່​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ວ່າ: ລັດ​ຖະບານ​ມີ​ເປົ້າໝາຍ​ເລັ່ງ ພັດທະນາປະ​ເທດ​ຊາດ​ໃຫ້ຫຼຸດພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ໃນ​ປີ 2020, ການ​ເລືອກ​ເອົາ​ບໍ່​ແຮ່​ກໍຄື​ທ່າ​ແຮງ​ບົ່ມ​ຊ້ອນທີ່ເຂົ້າມາໝູນ​ໃຊ້ ​ໄປ​ພ້ອມ​ກັບ​ຂະ​ແໜງການທີ່​ມີ​ທ່າ​ແຮງອື່ນ​ໆ ອີກ. ສຳລັບການ​ອະນຸຍາດ​ລົງ​ທືນດ້ານ​ບໍ່​ແຮ່ຂັ້ນຕອນ​ທັງໝົດກໍ​ໄດ້​ຜ່ານ​ປະຕູ​ດຽວ​ໂດຍ​ມີຫຼາຍພາກ ສ່ວນ​ທີ່​ກ່ຽວຂ້ອງ​ເຊັ່ນ: ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ພະລັງງານ

ແລະ ບໍ່​ແຮ່, ກະຊວງ​​ແຜນການ ແລະ ການ​ລົງ​ທືນ, ​ໄດ້​ສົມທົບ​ກັບ ແຂວງ ​ແລະ ທ້ອງ​ຖິ່ນເພື່ອມາ​ປຶກສາ​ກັນ ບັນທຶກ​ເປັນ​ລາຍ​ລັກ​ອັກ ສອນ, ຫຼັງຈາກ​ນັ້ນຈຶ່ງ​ສາມາດ​ໃຫ້​ບໍລິສັດ​ເຂົ້າ​ມາ​ເຊັນ​ສັນຍາ​ສຳ​ປະທານ​ສຳຫຼວດ ​ແລະ ຂຸດ​ຄົ້ນ​ບໍ່​ແຮ່​ໄດ້.

ທ່ານ ຮອງ​ຫົວໜ້າກົມ ຍັງ​ໄດ້​ກ່າວ​ອີກ​ວ່າ: ປັດຈຸບັນ​ນີ້ ມີ 170 ບໍລິສັດ​ທີ່​​ເຂົ້າ​ມາ​ສຳ ຫຼວດ ​ໃນ​ນັ້ນ ມີ​ເນື້ອ​ທີ່ 1 ແສນ​ກ່ວາຕາ​ລາງ​ກິ​ໂລ​ແມັດ, ຖ້າ​ທຽບ​ໃສ່​ເນື້ອ​ທີ່​ປະ​ເທ​ດກວມ​ເອົາ 43 % ​ແລະ ຂັ້ນຕອນ​ໃນ​ການ​ສຳຫຼວດຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ. ບໍລິສັດ​ທີ່​ໄດ້​ສຳ​ປະທານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ມີ​ພຽງ​ແຕ່ 71 ບໍ ລິສັດ​ ທຽບ​ໃສ່ ເນື້ອ​ທີ່​ຂອງ​ປະ​ເທດ​​ແມ່ນກວມ​ພຽງ 1,3 %, ການ​ຊອກ​ສຳຫຼວດ​ເຖິງ​ແມ່ນ​ວ່າ​ຈະ​ມີ​ເນື້ອ ທີ່ ຫຼາຍ​ແຕ່​ຄວາມ​ເປັນ​ໄປ​ໄດ້​ໃນ​ຕົວ​ຈິງ​ຂອງ​ການ​ຂຸດ​ຄົ້ນ​ແມ່ນໜ້ອຍ ​ເຊິ່ງບໍ່ມີ​ຫຍັງທີ່​ຈະ​ຕ້ອງ​ກັງວົນ ເພາະ​ເບື້ອງ​ລັດ​ໄດ້​ມີ​ການ​ຄຸ້ມ​ຄອງ​ທີ່​ດີ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...