spot_img
Homeຂ່າວພາຍ​ໃນແຈ້ງການ ໃຫ້ເອົາສັດລ້ຽງປະເພດ ໝາ ແມວ ໄປສັກຢາກັນພະຍາດວໍ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.

ແຈ້ງການ ໃຫ້ເອົາສັດລ້ຽງປະເພດ ໝາ ແມວ ໄປສັກຢາກັນພະຍາດວໍ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.

Published on

images
ເຖິງ: ພະນັກງານ ທະຫານ ຕຳຫຼວດ ພໍ່ຄ້າຊາວຂາຍ ພໍ່ແມ່ປະຊາຊົນ ທົ່ວນະຄອນຫຼວງວຽງຈັນ.
ເລື່ອງ: ໃຫ້ເອົາສັດລ້ຽງປະເພດ ໝາ ແມວ ໄປສັກຢາກັນພະຍາດວໍ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.
– ອີງຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ສະບັບເລກທີ 03/ສພຊ ລົງວັນທີ 25 ກໍລະກົດ 2008.
– ອີງຕາມແຜນການເຄື່ອນໄຫວສັກຢາກັນພະຍາດວໍ້ຂອງຂະແໜງລ້ຽງສັດ ແລະ ການປະມົງ ປະຈຳສົກປີ 2012-2013.
ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ຈົ່ງ
ໄດ້ເອົາສັດລ້ຽງປະເພດ ໝາ ແມວ ຂອງຕົນເອງ ໄປສັກຢາກັນພະຍາດວໍ້ ໂດຍບໍ່ໄດ້ເສຍຄ່າ ຢູ່ທີ່ໂຮງໝໍປົວສັດນະຄອນຫຼວງວຽງ
ຈັນ ບ້ານສະຫວ່າງ ຊຶ່ງຈະໄດ້ຈັດຂຶ້ນທຸກໆວັນເສົາ ເວລາ 13 ໂມງ 00 ນາທີ ຫາ 16 ໂມງ 00 ນາທີ ຈະເລີ່ມແຕ່ວັນທີ
2/2/2013 ຫາ 2/3/2013 ກຳນົດ 1 ເດືອນ.
ສະນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຈົ່ງພ້ອມກັນນຳເອົາສັດລ້ຽງຂອງຕົນ ໄປສັກຢາຕາມກຳນົດເວລາດ້ວຍ.
ຮ.ຫົວໜ້າພະແນກກະສິກຳ ແລະ ປ່າໄມ ນະຄອນຫຼວງວຽງຈັນ
ທີ່ມາ:www.vientianemai.net

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...