Homeຂ່າວພາຍ​ໃນເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ການຜະລິດຢູ່ ເມືອງນາຊາຍທອງ

ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ການຜະລິດຢູ່ ເມືອງນາຊາຍທອງ

Published on

20150120092937

ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ພ້ອມ​ຄະນະ ໄດ້​ລົງ​ຊຸກຍູ້​ການຜະລິດຢູ່​ຟາມ​ໝູ ແລະ ຟາມ​ປາຂອງ​ບໍລິສັດ ເອັກສ໌​ພີ​ການ​ຄ້າ ລາວ-ຈີນ ຈຳກັດ ຕັ້ງ​ຢູ່​ບ້ານໜອງ​ສະ ເມືອງ​ນາ​ຊາຍ​ທອງ ນະຄອນ​ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 19 ມັງກອນ 2015 ຜ່ານ​ມາ.

ທ່ານ ໄຊ​ພອນ ພຸດ​ທະ​ວົງ ປະທານ​ບໍລິສັດ ເອັກສ໌​ພີ​ການ​ຄ້າ ລາວ-ຈີນ ຈຳກັດ ໄດ້​ຂຶ້ນ​ລາຍງານ​ກ່ຽວ​ກັບ​ປະຫວັດ​ຄວາມເປັນ​ມາ​ຂອງ​ບໍລິສັດ​ວ່າ: ບໍລິສັດ ໄດ້​ດຳເນີນ​ທຸລະ​ກິດ​ດ້ານ​ກະສິກຳ ປະກອບ​ມີຟາມ​ສາລີ ສູນ​ອົບແຫ້ງ​ສາລີ ຟາມ​ໝູ ແລະ ຟາມປາ ໂດຍ​ສະເພາະ ຟາມ​ໝູ ແລະ ຟາມ​ປາ ຢູ່​ບ້ານ​ໜອງ​ສະ​ນີ້ ຖື​ໄດ້ວ່າ​ເປັນ​ບ່ອນ​ຜະລິດ​ລູກ​ປາ ແລະ ແມ່​ພັນ​ໝູ ພ້ອມ​ທັງ​ລູກ​ໝູ ສຳລັບການ​ຜະລິດ​ລູກ​ປາ ປັດຈຸບັນ ສາມາດ​ຜະລິດ​ໄດ້ 5 ແສນ​ໂຕ​ຕໍ່ເດືອນ ແລະ ໃນ​ອະນາຄົດ​ໄດ້ວາງ​ເປົ້າ​ໝາຍ​ຈະ​ຜະລິດ​ລູກ​ປາ ໃຫ້​ໄດ້ 2 ລ້ານ​ໂຕ​ຕໍ່​ເດືອນ.

ສຳລັບ​ການ​ຜະລິດ​ແມ່​ພັນ​ໝູ ປັດຈຸບັນ​ໄດ້​ລ້ຽງ​ແມ່​ພັນ​ໝູ 160 ໂຕ ແລະ ໃນ​ອີກ​ປະມານ​ສອງເດືອນ​ຂ້າງ​ໜ້າ​ນີ້ ​ກໍ່​ຈະ​ສາມາດ​ຜະລິດ​ລູກ​ໝູ​ໄດ້ 200 ກວ່າ​ໂຕ ແລະ ໃນ​ອະນາຄົດ​ໄດ້​ວາງ​ເປົ້າ​ໝາຍ ຈະ​ຜະລິດ​ແມ່​ພັນ​ໝູ​ໃຫ້​ໄດ້ 5 ພັນໂຕ​ຕໍ່​ປີ ເພື່ອ​ສືບຕໍ່​ຜະລິດ​ລູກ​ໝູສະໜອງ​ໃຫ້​ປະຊາຊົນ ໂດຍ​ທາງບໍລິສັດໄດ້​ມີ​ແຜນ​ຈະ​ຜະລິດ​ລູກໝູ​ອອກ​ຂາຍ ແລະ ສົ່ງເສີມ​ໃຫ້ປະຊາຊົນ​ລ້ຽງແລ້ວ​ເກັບ​ຊື້​ຄືນ ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ ການ​ຜະລິດ​ລູກ​ປາລູກ​ໝູ ແລະ ແມ່​ພັນ​ໝູ ທາງ​ບໍລິສັດ​ໄດ້ນຳ​ໃຊ້​ຊ່ຽວຊານ​ຈາກ​ຕ່າງ​ປະເທດ ໂດຍ​ສະເພາະ ຊ່ຽວຊານຈາກ​ປະເທດ​ສະຫະລັດ​ອາ​ເມ​ຣິກາ ເຂົ້າ​ມາ​ຊີ້​ນຳ​ໃນ​ການ​ລ້ຽງ ໂດຍ​ໄດ້​ນຳ​ໃຊ້​ລະບົບ​ຟາມ ແລະ ຂັ້ນ​ຕອນ​ການ​ຜະລິດ​ທີ່​ໄດ້​ມາດຕະ​ຖານ​ທຽບ​ເທົ່າ​ກັບ​ສາກົນ.

ພາຍຫຼັງ​ທີ່​ຮັບ​ຟັງ​ການ​ລາຍງານ​ຈາກ​ປະທານ​ບໍລິສັດ ທ່ານເຈົ້າ​ຄອງ​ນະຄອນຫຼວງ ກໍ່​ໄດ້​ຍ້ອງຍໍ​ຊົມເຊີຍ​ທີ່​ບໍລິສັດ​ດັ່ງກ່າວ ​ທີ່​ໄດ້ນຳ​ໃຊ້​ເຕັກນິກ​ການ​ຜະລິດ​ກະ​ສິກຳ​ທີ່​ທັນ​ສະໄໝ​ ເຂົ້າ​ໃນ​ການ​ຜະລິດ ເຮັດ​ໃຫ້​ສາມາດ​ຜະລິດ​ກະ​ສິກຳ​ທີ່​ມີ​ຄຸນະພາບ ອອກ​ມາ​ຕອບສະໜອງ​ໃຫ້​ກັບ​ຜູ້​ບໍລິໂພກ ພ້ອມທັງ​ໄດ້​ຊີ້​ນຳ​ໃຫ້​ບໍລິສັດ ​ຊອກ​ຫາ​ຜະລິດ​ຕະ​ພັນ​ກະສິກຳ​ທີ່​ສາມາດຫາ​ຕະຫຼາດ​ໄດ້​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເພີ່ມ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...