spot_img
Homeຂ່າວພາຍ​ໃນຈະ​ເລີ່ມ​ນຳ​ໃຊ້ ໃບ​ເກັບ​ເງິນ​ອາ​ກອນ​ແບບ​ມີ​ລາງວັນ ຢູ່ ນ.ວ ເດືອນ​ກຸມ​ພາ​ນີ້!

ຈະ​ເລີ່ມ​ນຳ​ໃຊ້ ໃບ​ເກັບ​ເງິນ​ອາ​ກອນ​ແບບ​ມີ​ລາງວັນ ຢູ່ ນ.ວ ເດືອນ​ກຸມ​ພາ​ນີ້!

Published on

Tax

ພິທີ​ຖະແຫຼງ​ຂ່າວ​ກ່ຽວ​ກັບໂຄງການ​ຄຸ້ມ​ຄອງ ​ການ​ນຳ​ໃຊ້​ໃບເກັບ​ເງິນ​ອາກອນ​ແບບ​ມີ​ລາງວັນ ພາຍ​ໃນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 20 ມັງກອນ 2015 ທີ່​ໂຮງແຮມ​ດອນ​ຈັນ​ພາເລດ ນະຄອນຫຼວງ ໂດຍ​ທ່ານ ບຸນ​ທົງ ໝັ້ນ​ອາ​ນົງ ຫົວໜ້າ​ພະແນກ​ສ່ວຍ​ສາ​ອາກອນ ນະຄອນຫຼວງ ພ້ອມ​ນີ້ ມີ​ທ່ານ​ຮອງ​ພະແນກ ຕາງໜ້າ​ກຸ່ມ​ບໍລິສັດ ພະນັກ​ງານ​ວິຊາ​ການ​ກ່ຽວຂ້ອງ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ​ຫົວໜ້າ​ພະ​ແນກ​ສ່ວຍສາ​ອາກອນ ນະຄອນຫຼວງ ໄດ້ກ່າວ​ວ່າ: ໂຄງການ​ຄຸ້ມ​ຄອງ​ການນຳ​ໃຊ້​ໃບ​ເກັບ​ເງິນ​ອາກອນ​ແບບມີ​ລາງວັນ​ນີ້ ເຊິ່ງ​ເປັນ​ໂຄງການໜຶ່ງ​ທີ່​ຄາດ​ວ່າ​ຈະ​ສ້າງ​ຄວາມ​ປະທັບ​ໃຈ ​ໃຫ້​ກຸ່ມ​ປະຊາຊົນ​ຈຳນວນບໍ່​ໜ້ອຍ ເຊິ່ງ​ມັນ​ຈະ​ຊ່ວຍ​ປົກ​ປັກຮັກສາ​ສິດທິ ແລະ ຜົນ​ປະໂຫຍດຂອງ​ຜູ້​ເສຍ​ອາກອນ ແລະ ຜູ້​ບໍ​ລິໂພກ ໂຄງການ​ດັ່ງກ່າວ​ບໍ່​ພຽງ ແຕ່​ຈະ​ສ້າງ​ສິ່ງ​ຈູງ​ໃຈໃຫ້​ລາງວັນ​ແກ່​ຜູ້​ບໍລິໂພກ ຫຼື ຜູ້​ຊື້​ເທົ່າ​ນັ້ນ ຍັງ​ເປັນ​ການ​ເກັບ​ກຳ​ຂໍ້​ມູນ​ທາງດ້ານ​ບັນຊີຊື້-ຂາຍໃຫ້​ແກ່​ຜູ້​ປະກອບ​ການ ພ້ອມ​ທັງ​ສາມາດ​ຄິດໄລ່​ຈຳນວນ​ອາກອນ ​ທີ່​ຈະ​ມອບ​ໃນ​ແຕ່​ລະ​ເດືອນ​ຂອງ​ຕົນ​ເອງ ດ້ວຍຄວາມ​ແນ່ນອນ ປອດ​ໃສ ເປັນ​ທຳ ປາສະຈາກ​ການ​ຕໍ່​ລອງ.

ການຈັດຕັ້ງ​ປະຕິບັດ​ໂຄງການດັ່ງກ່າວ​ ຈະ​ໄດ້​ຂະຫຍາຍ​ການນຳ​ໃຊ້​ໄປ​ສູ່​ຂົງເຂດ​ລັດ ທີ່​ສະໜອງ​ການ​ບໍລິການ​ຕໍ່​ປະຊາຊົນທຸກ​ຊັ້ນ​ຄົນ ລ້ວນ​ແຕ່​ໄດ້​ລຸ້ນ​ໂຊກຮັບ​ລາງວັນ​ເຊັ່ນ​ດຽວ​ກັນ ໂດຍສະເພາະແມ່ນ ​ການ​ນຳ​ໃຊ້​ເພື່ອເກັບ​ພາສີ​ທີ່​ດິນ ເກັບ​ທຳນຽມຄ່າ ບໍລິການ ແລະ ລາຍ​ຮັບ​ວິຊາການ​ອື່ນໆ.

ສຳລັບ​ໂຄງການ​ດັ່ງກ່າວ​ ຈະໄດ້​ຈັດ​ຕັ້ງ​ປະຕິບັດ​ທົດ​ລອງ​ລົງພາຍ​ໃນນະຄອນຫຼວງ​ວຽງ​ຈັນ ເລີ່ມ​ແຕ່​ວັນ​ທີ 1 ກຸມພາ 2015 ເປັນຕົ້ນ​ໄປ ເຊິ່ງ​ມີ​ໄລຍະ​ເວລາ 3 ປີ ຫຼັງ​ຈາກ​ນັ້ນ ຈະ​ຂະຫຍາຍໄປ​ສູ່​ແຂວງ​ອື່ນໆ​ໃນ​ທົ່ວ​ປະເທດ ສຳລັບ​ມູນ​ຄ່າ​ທີ່​ສາມາດ​ນຳ​ໃຊ້ໃນ​ການ​ເກັບ​ອາກອນ ນັບ​ແຕ່ 2 ພັນ​ກີບ​ຂຶ້ນ​ໄປ ເຊິ່ງ​ຄາດ​ວ່າ​ຈະມີ​ລາຍ​ຮັບ​ຈາກ​ການ​ນຳ​ໃຊ້ໃບເກັບ​ອາກອນ​ມູນ​ຄ່າ​ເພີ່ມ​ແບບ​ ມີລາງວັນ ເຖິງ 800 ກວ່າ​ຕື້​ກີບ ເຊິ່ງ​ທຽບ​ກັບ​ປີຜ່ານມາ ​ລາຍ​ໄດ້ອາກອນ​ໃນ​ປີຜ່ານມາ​ໄດ້​ພຽງ 600 ກວ່າ​ຕື້​ກີບ​ເທົ່າ​ນັ້ນ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...