Homeຂ່າວພາຍ​ໃນຜີແຜນສູງ!​ ຂາຍຟັນເກົາໄປແລກ ຄາວານີ່

ຜີແຜນສູງ!​ ຂາຍຟັນເກົາໄປແລກ ຄາວານີ່

Published on

าา

ແມນເຊັດເຕີ ຢູໄນເຕັດ ວາງແຜນສູງ ດ້ວຍການທີ່ຈະຂາຍ ຣາດາເມລ ຟັລເກົາ ສູນໜ້າສັນຍາເຊົ່າ ມາຮ່ວມທີມແບບຖາວອນ ແລ້ວຂາຍກອງຫຼັງໃຫ້ ປາຣິສ ແຊງຕ໌ ແຊັກແມງ ທັນທີເພື່ອແລກປ່ຽນກັບ ເອດິນສັນ ຄາວານີ່ ດາວຍິງຄົນເກັ່ງ ມາຫຼິ້ນໃນໂຮງລະຄອນແຫ່ງຄວາມຝັນ

ເລກິປ ສື່ຊື່ດັງຂອງຝຣັງ ລາຍງານຂ່າວເມື່ອວັນພຸດທີ່ 21ມັງກອນ ທີ່ຜ່ານມາວ່າ ແມນເຊັດເຕີ ຢູໄນເຕັດ ສະໂມສອນຊັ້ນນໍາແຫ່ງສຶກພຣີເມຍລີກ ອັງກິດ ກຽມດືງ ຣາດາເນລ ຟັລເກົາກອງໜ້າຕົວຢືມຊາວໂຄລອມເບຍ ມາຮ່ວມທີມເປັນການຖາວອນ ເພື່ອນໍາໄປແລກກັບ ເອດິນສັນ ຄາວານີ່ ຫົວຫອກທີມຊາດອຸຣຸໄກວ ຂອງປາຣິສ ແຊງຕ໌ ແຊັກແມງ ທີມມະຫາເສດຖີ ລີກເອິງ ທັນທີ

ຄາວານີ່ ບໍ່ສາມາດກັບມາເຮັດຜົນງານໄດ້ດີ ຄືແຕ່ເກົ່ານັບຕັ້ງແຕ່ຍ້າຍມາຈາກ ນາໂປລີ ມາແຂ່ງໃນຖິ່ນ ປາຣ໌ກ ເດສ໌ ແພຮງຊ໌ ມື່ອປີ 2013 ຂະນະທີ່ ອາດີດ ຫົວຫອກ ເອຟຊີ ປໍຣ໌ໂຕ້ ໂຊວ໌ຟອຣ໌ມ ໄດ້ຢ່າງໜ້າຜິດຫວັງພາຍໃຕ້ການຄູມທີມຂອງ  ຫຼຸຍສ໌ ຟານກັລ ຜູ້ຈັດການທີມຊາວ ດັດຊ໌ ໃນລະດູການນີ້​

ລາຍງານຂ່າວລະບຸວ່າ ຜີສາດແດງ ພ້ອມໃຊ່ເງືອນໄຂຊື້ຂາດ ຟັລເກົາ ທີ່ຍ້າຍມາຈາກ ອາແອສ ໂມນາໂກ ແບບຢືມໂຕ ແລ້ວປ່ອຍໄປໃຫ້ ເປແອສເຊ ພ້ອມສວຍໂອກາດດືງ ຄາວານີ່ມາ ເສີມຄວາມຄົມຂອງກອງໜ້າໃຫ້ໄດ້.

>>ຂອບໃຈ http://www.siamsport.co.th/football/premierleague/view.php?code=150121211654

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...