Homeຂ່າວຕ່າງປະເທດກຸ່ມ IS ຈັບສອງ​ຊາວ​ຍີ່​ປຸ່ນ ຂູ່​ຈະ​ສ​ັງ​ຫານ​ພາຍ​ໃນ 72 ຊົ່ວ​ໂມງ ຫາກ​ລັດ​ຖະ​ບານ​ຍີ່​ປຸ່ນ ບໍ່​ຍອມຈ່າຍ​ຄ່າ​ໄຖ່ 200 ລ້ານ​ໂດ​ລາ!

ກຸ່ມ IS ຈັບສອງ​ຊາວ​ຍີ່​ປຸ່ນ ຂູ່​ຈະ​ສ​ັງ​ຫານ​ພາຍ​ໃນ 72 ຊົ່ວ​ໂມງ ຫາກ​ລັດ​ຖະ​ບານ​ຍີ່​ປຸ່ນ ບໍ່​ຍອມຈ່າຍ​ຄ່າ​ໄຖ່ 200 ລ້ານ​ໂດ​ລາ!

Published on

NjpUs24nCQKx5e1DGzwccGveYQD1pSTXSMjagyrgdmX

ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ຂູ່​ຈະ​ສັງ​ຫານຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ 2 ຄົນ ພາຍ​ໃນ 72 ຊົ່ວ​ໂມງ ຫາກ​ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ຍອມ​ຈ່າຍ​ເງິນ​ຄ່າ​ໄຖ່ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ໄດ້​ຈັບ​ກຸມ​ຕົວ ທ້າວ ຮາ​ຣຸ​ນະ ຢູ​ກາ​ວະ ແລະ ທ້າວ ເຄັນ​ຈິ ໂກ​ໂຕະ​ໂຈ​ໂກ ແລ້ວ​ເຜີຍ​ແຜ່​ຄຳ​ຂູ່ໃນ​ມື້​ວານ​ນີ້ (20 ມັງ​ກອນ) ວ່າຈະ​ສັງ​ຫານ 2 ຕົວ​ປະ​ກັນ​ພາຍ​ໃນ​ເວ​ລາ 72 ຊົ່ວ​ໂມງ ຖ້າ​ຫາກ​ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ຍອມ​ຈ່າຍ​ເງິ​ນ​ຄ່າ​ໄຖ່ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ກຸ່ມ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ ປະ​ຕິ​ບັດ​ການ​ໃນ​ເທື່ອ​ນີ້ ແມ່ນ​ເພື່ອ​ຕອບ​ໂຕ້​ນະ​ໂຍ​ບາຍ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ ທີ່​ໄດ້​ປະ​ກາດ​ຈະ​ສະ​ໜັບ​ສະ​ໜູນ​ປະ​ຕິ​ບັດ​ການກວາດ​ລ້າງ​ກຸ່ມ IS ເມື່ອ​ເດືອນ​ສິງ​ຫາ​ປີ 2014 ຜ່ານ​ມາ.

ດ້ານ​ທ່າ​ທີ​ຂອງ​ຍີ່​ປຸ່ນ ສຳ​ນັກ​ຂ່າວ​ກຽວ​ໂດ​ໄດ້​ລາຍ​ງານ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ໃນ​ການ​ທີ່​ຈະ​ຊ່ວຍ​ເຫລືອ​ຕົວ​ປະ​ກັນ​ທັງ​ສອງ​ຄົນ ໂດຍ​ລະ​ບຸ​ວ່າ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ໂທ​ລະ​ສັບ​ສາຍ​ກົງ​ເຖິງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ຝ​ຣັ່ງ​ແລ້ວ ເພື່ອ​ປະ​ສານ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ໃນ​ຂະ​ນະ​ທີ່​ໄດ້​ມີ​ລາຍ​ງານ​ອີກວ່າ ລັດ​ຖະ​ບານ​ຂອງ​ທ່ານ ອາ​ເບະ ກໍ​ໄດ້​ມີ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ ໃຫ້​ລັດ​ຖະ​ບານ​ໃນ​ຕາ​ເວັນ​ອອກ​ກາງ​ຊ່ວຍ​ເປັນ​ຄົນ​ກາງ ໃນ​ການ​ເຈ​ລະ​ຈາ​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ ໃຫ້​ຍອມ​ປ່ອຍ​ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ​ທັງ​ສອງ​ຄົນ ເປັນ​ອິດ​ສະ​ຫລະ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...