Homeຂ່າວພາຍ​ໃນ ລາຄາຢາງພາລາ​ຕົກຕໍ່າ ລັດຕ້ອງ​ແຊກ​ແຊງ ​ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ ​ຕໍ່ຊາວ​ສວນ

ລາຄາຢາງພາລາ​ຕົກຕໍ່າ ລັດຕ້ອງ​ແຊກ​ແຊງ ​ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ ​ຕໍ່ຊາວ​ສວນ

Published on

rubber

ປັດຈຸບັນ ຊາວ​ສວນ​ຢາງພາລາ​ຢູ່​ທົ່ວ​ປະ​ເທດ​ເຮົາ ຕ່າງ​ກໍ​ມີ​ຄວາມ​ເດືອດຮ້ອນ​ຕໍ່ສະພາບ​ລາຄາ​ຢາງ​ພາລາ​ຕົກຕໍ່າ, ບາງ​ບ່ອນ​ຜູ້​ດຳ​ເນີນ​ທຸລະ​ກິດ​ຮັບ​ເກັບ​ຊື້​ຜົນ​ຜະລິດ​ຢາງ​ຈາກ​ຊາວ​ສວນພຽງ 3 ພັນກີບ​ຕໍ່ກິ​ໂລ , ສະນັ້ນ ເຂົາ​ເຈົ້າຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​​ໄດ້ສະ​ເໜີທາງ​ອອກຕໍ່ລັດຖະບານ​ໂດຍ​ຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງຊາດ ​ເທື່ອ​ທີ 8 ຜ່ານ​ມາ ​ເພື່ອ​ຂໍ​ການ​ຊ່ວຍ​ເຫຼືອ ​ແລະ ​ໃຫ້​ຄຳ​ອະທິບາຍ​ວ່າ​ຍ້ອນ​ຫຍັງ ​ແລະ ຈະ​ແກ້​ໄຂ​ແນວ​ໃດ.

ບັນຫານີ້, ທ່ານ ບຸນທຽນ ແກ້​ວສີພາ ຫົວໜ້າ ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ​ໄດ້​​ອະທິບາຍ ຢູ່ ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ວ່າ: ບັນຫາ​ລາຄາ​ຢາງພາລາ​ຕົກຕໍ່າກໍ​ເນື່ອງ​ມາ​ຈາກ​ລາຄາ​ໃນ​ຕະ ຫຼາດ​ໂລກ​ຕົກ​ຕໍາ ​ເຊິ່ງທາງ​ກົມ​ການ​ຄ້າ​ພາຍ​ໃນ​ຈະ​ໄດ້​ສົມທົບ​ກັບ​ພະ​ແນ​ກອຸດສາຫະ ກຳ ​ແລະ ການ​ຄ້າ​ແຂວງ​ໃນ​ທົ່ວ​ປະ​ເທດ​ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່​ອ ຊອກ​ຫາ​ທາງ​ອອກ​ຢ່າງ​ຮີບ​ດ່ວນນັບ​ທັງ ​ໄລຍະ​ສັ້ນ ​ແລະ ຍາວ ​ເພື່ອ​ແກ້​ບັນຫາ​ດັ່ງກ່າວ ​ແລະ ບັນຫາ​ນີ້​ກໍແມ່ນ​ບັນຫາ​ທີ່​​ເກີດ​ຂຶ້ນໃນທົ່ວ​​ໂລກທີ່​ກຳລັງ​ປະ​ເຊີນ​ຢູ່. ເພື່ອ​ສາມາດ​ແກ້​ໄຂ​ບັນຫາ​ໄດ້, ພາກ​ລັດ​ຕ້ອງ​ໄດ້ເຂົ້າ​ມາແຊກ​ແຊງ​ເພື່ອ​ບໍ່​ໃຫ້​ສົ່ງ​ຜົນ​

ກະທົບ​ຕໍ່ຊາວ​ສວນ, ກົມ​ສົ່ງ​ເສີມ​ສະ​ເໜີທາງ​ອອກ​ໃຫ້​ລັດຖະບານ​ຕ້ອງ​ໄດ້ໃຊ້​ງົບປະມານ ເຂົ້າ​ມາ​ຊ່ວຍ​ດັດ​ປັບ​ ​ແລະ ສາມາດ ຄ້ຳ​ປະກັນ​ລາຄາ​ຍາມ​ວິ​ກິດ​ໂດຍ​ຜ່ານ​ບໍລິສັດ​ທີ່​ດຳ​ເນີນ​ການ​ເກັບ​ຊື້ ແລະ ປຸງ​ແຕ່ງ​ໃຫ້​ເປັນ​ຜະລິດ​ຕະພັນ​ທີ່​ຕະຫຼາດຕ້ອງການ​ຈຶ່ງຈະ​ສາມາດ​ບັນ​ເທົາ​ໄດ້​​.

ໃນ​ຂະນະ​ດຽວກັນ ຫົວໜ້າກົມ​ການ​ຄ້າ​ພາຍ​ໃນ ຍັງ​ໄດ້​ຕອບ​ຂໍ້​ຂ້ອງ​ໃຈ​ຈາກ​ຜູ້​ສົ່ງ​ສາຍ​ດ່ວນຫຼາຍບັນຫາ​ໂດຍ​ສະ​ເພາະ​​ລາຄາ​ເຂົ້າ​ເປືອກ​ຢູ່​ແຂວງ​ຈຳປາ​ສັກ, ບັນຫາ​ການ​ຕິດຕາມ​ກວດກາ​ລາຄາ​ສິນ​ຄ້າ​ຢູ່​ຕາມ​ທ້ອງ​ຕະຫຼາດ, ບັນ​ຫາ​ລາຄາ​ເກັບ​ຊື້ໝາກກ້ວຍ​ຢູ່​ເຂດ​ເມືອງ​ນ້ຳ​ບາກ ແຂວງຫຼວງພະ​ບາງ ​ແລະ ອື່ນໆ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...