Homeຂ່າວພາຍ​ໃນ"ຜີສາດແດງ" ເລັງດືງໂຕປີເກ້ມາເສີກອງຫຼັງ!

“ຜີສາດແດງ” ເລັງດືງໂຕປີເກ້ມາເສີກອງຫຼັງ!

Published on

drf

ຜີສາດແດງ ແມນເຊັດເຕີຢູໄນເຕັດ ຫວັງທີ່ຈະຄວ້າໂຕ ເຄຣາຣ໌ດ ປີເກ້ ກອງຫຼັງ ບາເຊໂລນ່າ ກັບສູ່ ໂອດລ໌ ແທຣຟຟອຣ໌ດ ດ້ວຍວົງເງິນ 15 ລ້ານປອນ ແຕ່ອາດຈະຕ້ອງແຂ່ງກັບເຊລຊີ ທີ່ກໍາລັງຈະເລັງໃຫ້ໃດ້ໂຕມາຄືກັນ.

ແມນເຊສເຕີຣ໌ ຢູູໄນເຕັດ ສະໂມສອນດັງແຫ່ງເວທີ ພຣີເມຍລີກອັງກິດ ຕົກເປັນຂ່າວເມື່ອວັນຈັນທີ 19 ມັງກອນ ທີ່ຜ່ານມາວ່າ ກໍາລັງພິຈາລະນາທຸ່ມເງິນຈໍານວນ 15 ລ້ານປອນດ໌ ເພື່ອດືງເຄຣາຣ໌ດ ປີເກ້ ເຊັນເຕີຣ໌ແບັກ ບາຣ໌ເຊໂລນ່າ ສະໂມສອນຍັກໃຫຍ່ແຫ່ງສຶກ ລາລີຫາສະເປນກັບມາຮ່ວມທີມອີກຄັ້ງ.

ຕາມລາຍງານຈາກ ແດຣ໌ລີ່ ເອັກຊເພຣສ ສື່ຊັ້ນນໍາເມືອງຜູ້ດີ  ລະບຸວ່າຫຼຸຍຟານກັລ ຜູ້ຈັດການທີມ ແມນເຊັດເຕີຢູໄນເຕັດ ໄດ້ເບິ່ງ ປີເກ້ ເປັນເປົ້າໝາຍເສີມທັບ ໃນເດືອນມັງກອນນີ້ ແຕ່ອາດຈະຕ້ອງແຂ່ງຊີງໂຕກັບ ເຊລຊີ ທີ່ກໍາລັງໃຫ້ຄວາມສົນໃຈໃນໂຕກອງຫຼັງຂອງ ທີມຊາດ ສະເປນ ອາຍຸ 27 ປີເຊັນດຽວກັນ.

ຢ່າງໃດກໍ່ຕາມເປັນທີ່ເຊື່ອກັນວ່າ ດ້ວຍຄວາມທີ່ເຄີຍຮ່ວມທີມກັນມາກ່ອນ ເຮັດໃຫ້ ແມນເຊັດເຕີ ຢູໄນເຕັດ ໜ້າຈະມີໂອກາດໄດ້ໂຕ ປິເກ້ ຫຼາຍກວ່າ ເຊລຊີ ຖ້າຫາກວ່າບາຣ໌ຊ່າ ເລືອກທີ່ຈະຂາຍນັກເຕະລາຍນີ້ອອກຈາກທີມ.

ທັງນີ້ ປີເກ້ ລົງຫຼິ້ນໃຫ້ກັບ ຜີສາດແດງ ລວມທັງໝົດ 12 ນັດ ກ່ອນທີ່ຈະ ເກັບເຄື່ອງຍ້າຍກັບໄປ ບາຣ໌ເຊໂລນ່າ ເມື່ອປີ2008 ດ້ວຍຄ່າໂຕ 5 ລ້ານປອນດ໌.

>>ຂອບໃຈhttp://www.siamsport.co.th/football/premierleague/view.php?code=150120023927

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...