Homeຂ່າວຕ່າງປະເທດສາຍການບິນຫວຽດນາມ ຈະໃຫ້ບໍລິການ WiFi ເທິງເຮືອບິນ ໃນເດືອນພຶດສະພາປີນີ້!

ສາຍການບິນຫວຽດນາມ ຈະໃຫ້ບໍລິການ WiFi ເທິງເຮືອບິນ ໃນເດືອນພຶດສະພາປີນີ້!

Published on

VIETNAM-ECONOMY-AVIATION-IPO

ຫວຽດ​ນາມ​ແອ​ຣ໌​ລາຍ (VNA) ສາຍ​ການ​ບິນ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ ຈະ​ໃຫ້​ບໍ​ລິ​ການ​ເຊື່ອ​ຕໍ່​ອິນ​ເຕີ​ເນັດ ເທິງ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ ແລະ ລະ​ຫວ່າງ​ປະ​ເທດ ແກ່​ຜູ້​ໂດຍ​ສານ ນັບ​ຕັ້ງ​ແຕ່​ເດືອນ​ພຶດ​ສະ​ພາ​ປີ​ນີ້​ເປັນ​ຕົ້ນ​ໄປ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ມັງ​ກອນ​ນີ້​ວ່າ ການ​ບໍ​ລິ​ການ​ເຊື່ອມ​ຕໍ່​ໄວ​ໄຟ ​ສຳ​ລັບ​ຖ້ຽວ​ບິນ​ລະ​ຫວ່າງ​ປະ​ເທດ​ນັ້ນ ແມ່ນ​ຈະ​ຄິດ​ໄລ່​ຄ່າ​ບໍ​ລິ​ການ​ຕັ້ງ​ແຕ່ 15-20 ໂດ​ລາ ໃນ​ຂະ​ນະ​ທີ່​ການ​ໃຫ້​ບໍ​ລິ​ການແກ່​ສາຍ​ການ​ບິນ​ພາຍ​ໃນ ແມ່ນ​ຈະ​ບໍ່​ໄດ້​ຄິດ​ໄລ່​ຄ່າ​ບໍ​ລິ​ການ.  ຢ່າງ​ໃດ​ກໍຕາມ ຜູ້ໂດຍສານຈະບໍ່ໄດ້ຮັບອະນຸຍາດ ໃຫ້ໃຊ້ໂທລະສັບ ຜ່ານແອັບພິເຄເຊັ່ນ Viber ແລະ  Zalo, ແຕ່ສາມາດໃຊ້ໂທລະສັບໄອໂຟນຜ່ານທາງ Facetime ໄດ້.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...