spot_img
Homeຂ່າວຕ່າງປະເທດອຸ​ທາ​ຫອນ! ໜຸ່ມ​ໄຕ້​ຫວັນ ນັ່ງ​ຫລິ້ນ​ເກມ 3 ມື້​ຕິດ​ຕໍ່​ກັນ ສຸດ​ທ້າຍ​ກາຍ​ເປັນ​ສົບ ​ຄາ​ຮ້ານ​ອິນ​ເຕີ​ເນັດ!

ອຸ​ທາ​ຫອນ! ໜຸ່ມ​ໄຕ້​ຫວັນ ນັ່ງ​ຫລິ້ນ​ເກມ 3 ມື້​ຕິດ​ຕໍ່​ກັນ ສຸດ​ທ້າຍ​ກາຍ​ເປັນ​ສົບ ​ຄາ​ຮ້ານ​ອິນ​ເຕີ​ເນັດ!

Published on

(ພາບ​ປະ​ກອບ​ຂ່າວ)
(ພາບ​ປະ​ກອບ​ຂ່າວ)

ອຸ​ທາ​ຫອນ​ສອນ​ຄົນ​ມັກ​ຫລິ້ນ​ເກມ​ຄອມ​ພິວ​ເຕີ້ ເມື່ອ​ໜຸ່ມ​ໄຕ້​ຫວັນ​ນັ່ງ​ຫລິ້ນ​ເກມ​ຂ້າມ​ມື້​ຂ້າມ​ຄືນ ຈົນ​ນ໊ອກ​ຄາ​​ໂຕະ ກາຍ​ເປັນ​ສົບ​​ຄາ​ຮ້ານ​ອິນ​ເຕີ​ເນັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັ​ນ​ທີ 18 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ມີ​ຊາວ​ໄຕ້​ຫວັນຄົນ​ໜຶ່ງ ອາ​ຍຸ 32 ປີ ເສຍ​ຊີ​ວິດ​ພາຍ​ໃນ​ຮ້ານ​ອິນ​ເຕີ​ເນັດ​ຄາ​ເຟ່​ໃນ​ເມືອງ​ເກົາ​ສຸງ ຢູ່​ເຂດ​ພາກ​ໃຕ້​ຂອງ​ໄຕ້​ຫວັນ ຫລັງ​ຈາກ​ທີ່​ນັ່ງ​ຫລິ້ນ​ເກມ​ຄອມ​ພິວ​ເຕີ້​ຕິດ​ຕໍ່​ກັນ​ ເປັນ​ເວ​ລາກ່​ວາ 72 ຊົ່ວ​ໂມງ ຫລື 3 ມື້ ທາງ​ຄົນ​ເຝົ້າ​ຮ້ານ​ພົບ​ເຫັນ​ຜູ້​ກ່ຽວ​ນັ່ງ​ຢູ່​ຕັ່ງ​ແບບ​ບໍ່​ມີ​ການ​ເໜັງ​ຕີງ ຈີ່ງ​ຟ້າວ​ໄປ​ກວດ​ສອບ ແລະ ພົບ​ວ່າ​ເຂົາ​ໄດ້​ຢຸດ​ຫາຍ​ໃຈ​ແລ້ວ ຈິ່ງ​ຟ້າວ​ນຳ​ຕົວ​ສົ່ງ​ໂຮງ​ໝໍ ໂດຍ​ແພດ​ໄດ້​ລະ​ບຸ​ວ່າ ເຂົາ​ໄດ້​ເສຍ​ຊີ​ວິດ​ຈາກ​ອາ​ການ​ຫົວ​ໃຈ​ວາຍ ຍ້ອນນ​ັ່ງ​ຫລິ້ນ​ເກມ​ເປັນ​ເວ​ລາ​ດົນ​ຕິດ​ຕໍ່​ກັນ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...