Homeຂ່າວພາຍ​ໃນລາວ-ຫວຽດນາມ ຫາລືວຽກງານຖ່າຍພາບທາງອາກາດ

ລາວ-ຫວຽດນາມ ຫາລືວຽກງານຖ່າຍພາບທາງອາກາດ

Published on

20150116094443

ລັດຖະບານ ​ສສ ຫວຽດນາມ ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລັດ​ຖະບານ​ລາວ ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຖ່າຍ​ພາບ​ທາງ​ອາກາດ ເພື່ອ​ປະກອບ​ເຂົ້າ​ໃນ​ການ​ສ້າງແຜນທີ່​ໃໝ່ ຄາດ​ວ່າ​ໂຄງການ​ດັ່ງກ່າວ ຈະ​ໃຫ້​ສຳເລັດ​ໃນ​ທ້າຍ​ປີ 2016 ນີ້ ເພື່ອ​ເປັນ​ຂໍ້​ມູນ​ຂ່າວສານ​ແກ່​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ ​ໃຫ້​ເຂັ້ມແຂງຍິ່ງ​ຂຶ້ນ​ ຂະນະ​ທີ່​ໄລຍະ​ຜ່ານ​ມາ ກໍ່​ໄດ້​ຮັບ​ທຶນ​ຊ່ວຍເຫຼືອ​ຈາກ​ລັດຖະ​ບານ​ປະເທດແຟຼັງ​ລັງ ແຕ່​ປີ 2010-2014 ເຊິ່ງ​ໂຄງການ​ໄດ້ບິນ​ຖ່າຍ​ພາບ​ທາງ​ອາກາດ​ຢູ່ທາງ​ພາກ​ໃຕ້ ແລະ ອີກ​ບາງສ່ວນ​ຂອງ​ພາກ​ກາງ.

ກົມ​ແຜນທີ່​ແຫ່ງ​ຊາດ ກະຊວງ​ພາຍ​ໃນ ຮ່ວມ​ກັບ​ກົມ​ວັດແທກ ແລະ ແຜນທີ່ ກະຊວງ​ຊັບພະຍາກອນ-ສິ່ງແວດລ້ອມ ​ສສ ຫວຽດນາມ ໄດ້​ຈັດ​ກອງ​ປະຊຸມ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ ​ໂຄງການ​ຊ່ວຍເຫຼືອຂອງ​ລັດຖະບານ ​ສສ ຫວຽດນາມ ໂຄງການ​ຖ່າຍ​ພາບ​ທາງອາກາດ​ຂຶ້ນ ໃນ​ຕອນ​ບ່າຍ​ວັນ​ທີ 15 ມັງກອນ 2015 ຢູ່​ທີ່​ກົມ​ແຜນທີ່ ເຂົ້າ​ຮ່ວມ​ມີ​ທ່ານ ​ດຣ. ທອງຈັນ ມະນີ​ໄຊ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ພາຍ​ໃນ ທ່ານ ຫງັຽນ ລິ່ງ ງັອກ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຊັບ​ພະຍາກອນ ແລະ ສິ່ງແວດລ້ອມ ​ສສ ຫວຽດນາມ ພ້ອມ​ດ້ວຍ​ບັນດາຫົວໜ້າ​ກົມ ຫ້ອງການ ແລະ ພະນັກ​ງານ-ວິຊາ​ການກ່ຽວຂ້ອງສອງ​ຝ່າຍ.

ສຳລັບ​ໂຄງການ​ດັ່ງກ່າວ ແມ່ນ​ໄດ້​ຈັດ​ຕັ້ງ​ປະຕິບັດແຕ່​ປີ 2014 ເປັນຕົ້ນ​ມາ ຈະ​ສຳເລັດໃນ​ທ້າຍ​ປີ 2016 ພາຍຫຼັງ​ສຳເລັດ​ໂຄງການຄາດ​ວ່າ ​ສປປ ລາວ ຈະ​ມີ​ແຜນທີ່​ພູມ​ມີ​ປະເທດສະບັບ​ໃໝ່ ເຊິ່ງ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ​ປີ 2014 ສອງ​ຝ່າຍ​ໄດ້​ສຳເລັດ​ການບິນຖ່າຍ​ພາບ​ທາງ​ອາກາດ​ຢູ່​ພື້ນ​ທີ່ພາກ​ເໜືອ ແລະ ບາງ​ພື້ນ​ທີ່ຢູ່ພາກ​ກາງ ຈຳນວນ 52.802 ກິ​ໂລ​ຕາ​ແມັດ ເຊິ່ງ​ເນື້ອທີ່​ແຜນການ​ທັງ​ໝົດ​ມີ 70.000 ກິ​ໂລ​ຕາແມັດ ເກັບ​ລະອຽດ​ຮູບ​ຖ່າຍ​ທາງສະໜາມ​ຕາມ​ໃບ​ແຜນທີ່​ມາດຕາສ່ວນ 50.000 ຈຳນວນ 77 ແຜ່ນ ເທົ່າ​ກັບ 20% ຂອງ​ຈຳນວນ​ທັງ​ໝົດ 383 ແຜ່ນ​ເລກໝາຍວັດແທກ​ມູມ​ຜິດ​ດ່ຽງ​ໃນແຜນທີ່​ພາກ​ສະໜາມໄດ້ 147 ແຜ່ນ​ເລກ​ໝາຍວັດແທກ ແລະ ແຕ້ມ​ແຜນທີ່​ພູມ​ສັນຖານ ມາດຕາ​ສ່ວນ 1:50.000 ສຳເລັດ 174% ສຳລັບ​ແຜນ​ວຽກ​ປີ 2015 ຈະ​ສືບຕໍ່​ວຽກ​ງານ​ບິນ​ຖ່າຍ​ພາບທາງ​ອາກາດ​ຢູ່​ພື້ນ​ທີ່​ພາກ​ເໜືອ ໃນ​ເນື້ອທີ່ 17.198 ກິ​ໂລ​ຕາ​ແມັດ ວັດແທກ ແຕ້ມ ເກັບ​ລະອຽດ​ຮູບຖ່າຍ​ທາງ​ສະໜາມ​ຕາມ​ໃບ​ແຜນທີ່ ມາດຕາ​ສ່ວນ 1:50.000 ແລະ ວັດແທກ​ມູມ​ຜິດ​ດ່ຽງ​ໃນແຜນທີ່​ພາກ​ສະໜາມ ຈຳນວນ 236 ແຜນ​ເລກ​ໝາຍ​ເປັນຕົ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...