HomeBaby-ແມ່ແລະເດັກວິທີເບິ່ງແຍງແລະຮັກສາສຸຂະພາບໃນແຕ່ລະຊ່ວງ ອາຍຸ

ວິທີເບິ່ງແຍງແລະຮັກສາສຸຂະພາບໃນແຕ່ລະຊ່ວງ ອາຍຸ

Published on

່ມື້ນີ້ມີວິທີການດູແລ ສຸຂະພາບໃນແຕ່ລະຊ່ວງອາຍຸມາຝາກທ່ານຜູ້ອ່ານໃຫ້ໄດ້ຮຽນຮູ້ນໍາກັນ.

l

ຊ່ວງທີ່ 1 ອາຍຸ 0-6ປີ: ເລີ່ມຈາກຜູ້ເປັນແມ່ທີ່ຕັ້ງທ້ອງຢູ່ ຄວນໄປຝາກທ້ອງ ແລະ ກວດສະໝໍ່າສະເໝີ ເພື່ອໃຫ້ລູກນ້ອຍໃດ້ຮັບການດູແລເບິ່ງແຍງ ແລະ ເກີດອອກມາຢ່າງປອດໄພ. ຈາກນັ້ນ ຈົນເຖິງອາຍຸ 6ປີ ເດັກນ້ອຍຍັງຕ້ອງໄດ້ຮັບການສັກຢາປ້ອງກັນພະຍາດຕ່າງໆຫຼືເອີນວ່າວັກຊີນພື້ນຖານໃຫ້ຄົບຖວນ ແລະ ໄດ້ຮັບການກວດທາງດ້ານການພັດທະນາການ ການຮຽນຮູ້ ແລະ ພຶດຕິກໍາຕ່າງໆ.

ຊ່ວງທີ 2 ອາຍຸ 7-18ປີ: ສິ່ງສໍາຄັນຄືການກຽມຕົວໃຫ້ຊ່ວງອາຍຸນີ້ເປັນໄວຜູ້ໃຫຍ່ທີ່ແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ ມີອາລົມທີ່ແຈ່ມໃສ ມີພູມຄຸ້ມກັນທາງດ້ານຄວາມຄິດ ສາມາດດູແລຕົນເອງໃຫ້ຫ່າງໄກຈາກ ສິ່ງເສບຕິດ ໂລກຕິດຕໍ່ທາງເພດສໍາພັນ.

ຊ່ວງທີ່ 3 ອາຍຸ19-60ປີ: ແມ່ນໄວອາຍຸທີ່ຢູ່ໃນຊ່ວງເຮັດວຽກງານ ໂດຍຊ່ວງນີ້ຈະມັກເປັນໂລກທີ່ສໍາພັນກັບພຶດຕິກໍາການໃຊ້ຊີວິດ ເຊັ່ນ ຄວາມຕູ້ຍ ເບົາຫວານ ໂລກຈາກຢາສູຍ-ສຸລາ ຫຼື ໂລກທີ່ກ່ຽວຂ້ອງກັບການເຮັດວຽກ ເຊັ່ນ ເຈັບກ້າມເນື້ອ ໂລກຄຽດ ເຫຼົ່ານີ້ເປັນຕົ້ນຈຶ່ງຈໍາເປັນຕ້ອງກວດສຸຂະພາບສະໝໍ່າສະເໝີ.

ຊ່ວງທີ່ 4 ອາຍຸເລີ່ມແຕ່ 60ປີ: ຂຶ້ນໄປ ຊ່ວງນີ້ຖືເປັນໄວສູງອາຍຸ ນອກຈາກມີຄວາມເຊື່ອມຊົມລົງຂອງຮ່າງກາຍແລ້ວ ບາງຄົນຍັງມີໂລກປະຈໍາໂຕອີກດ້ວຍ ສໍາລັບຜູ້ປ່ວຍທີ່ມີໂລກປະຈໍາໂຕ ຄວນຮັບການກວດກາຮັກສາສະໝໍ່າສະເໝີ ແລະ ປະຕຕິບັດຕາມຄໍາແນະນໍາຂອງແພດ ເຊັນດຽວກັບຜູ້ທີ່ມີອາຍຸສູງທົ່ວໄປ ຄວນຮັບປະທານອາຫານໃຫ້ຄົບ 5 ໝູ່ ອອກກໍາລັງກາຍຜັກຜ່ອນໃຫ້ພຽງພໍ ແລະ ເຮັດໃຫ້ຈິດໃຈລ່າເລີງແຈ່ມໃສຢູ່ສະເໝີ.

>>ຂອບໃຈhttp://www.xn--42c8ao1akazf5c2be0gsk.com/สุขภาพ-การออกกำลังกาย/วิธีดูแลสุขภาพแต่ละช่ว.html/attachment/skincareblog_differentage

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...