spot_img
Homeນານາສາລະປາມີຫູ ຫຼື ບໍ່ !

ປາມີຫູ ຫຼື ບໍ່ !

Published on

imagesInner-ear-consists-of-fish-300x150

ເຮົາບໍ່ສາມາດເຫັນຫູ ຂອງປາໄດ້ ເພາະຫູຂອງປາແມ່ນຢູ່ໃນກະໂຫຼກຫົວຄ້າຍກັບຫູຊັ້ນໃນຂອງມະນຸດ ຫູຂອງປາຊ່ວຍໃນການຮັບສຽງ ແລະ ຊ່ວຍໃນການຊົງໂຕ ຕະຫຼອດເຖີງການກໍາໜົດທິດທາງຂອງປາໃນການອາໃສຢູ່ໃຕ້ນໍ້າທີ່ເປັນສາມມິຕິ ນອກຈາກນີ້ຫູຍັງຊ່ວຍໃນການຮັບຮູ້ການປ່ຽນແປງຄວາມໄວ ແລະ ທິດທາງໃນເວລາລອຍນໍ້າ.

ຫູດ້ານໃນຂອງປາປະກອບດ້ວຍຮ່ອງຄົດລ້ຽວໄປມາ ຊຶ່ງຮັບຮູ້ໄວຕໍ່ການປ່ຽນແປງຄວາມດັນຂອງນໍ້າ ທີ່ຖານເປັນກະດູກອ່ອນຊຶ່ງມີຄວາມໜາແໜ້ນກວ່າກະດູກພາກສ່ວນອຶ່ນຂອງປາ ແຕ່ກະດູກຫູຈະລອຍໂຕໃນນໍ້າໄດ້ດີ ເມື່ອມີຄື້ນສຽງມາປະທະ ແລະ ຜ່ານໂຕຂອງປານັ້ນຈະເຮັດໃຫ້ປາແກວ່ງໄປມາ ກະດູກຫູຊຶ່ງລອຍໃນຂອງແຫຼວໃນອັດຕາຄວາມໄວທີ່ຊ້າກວ່າການແກວ່ງຕົວຂອງປາ ເຮັດໃຫ້ກະດູກຫູໄປສໍາພັດກັບຂົນອ່ອນທີ່ຮັບຄວາມຮູ້ສຶກ ແລະ ສົ່ງສັນຍານສັນຍານໄຟຟ້າໄປຍັງສ່ວນຮັບສຽງໃນສະໝອງ.

fish-ear

ປາບາງຊະນິດເຊັ່ນ: ປາດຸກ, ປາຕະພຽນ(ເເ ຮູບປາຕະພຽນ) ແມ່ນໃຊ້ກະເພາະລົມຂອງມັນໃນການຮັບສຽງຊຶ່ງມີຄວາມຮັບຮູ້ໄວ ຕໍ່ການປ່ຽນແປງຄວາມກົດດັນຂອງນໍ້າ ຊຶ່ງເກີດຈາກກະແສນໍ້າ ເມື່ອກະເພາະລົມສັ່ນ ຈະສົ່ງສັນຍານການຮັບຮູ້ນີ້ນີ້ໄປຍັງສ່ວນຫູຂອງມັນໂດຍສົ່ງຜ່ານກະດູກນ້ອຍໆ ທີ່ຕໍ່ກັນເປັນສາຍທີ່ເອີ້ນກັນວ່າກະດູກອ່ອນເວບເບີຣ໌ຣຽນ.

>>ຂອບໃຈ http://www.xn--42c8ao1akazf5c2be0gsk.com/สาระน่ารู้/สาระน่ารู้เรื่องสัตว์/ปลามีหูหรือไม่.html

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...