Homeຄົມຄິດຄົມຄົນຄຳສຸພາສິດກອນ "ເຂົ້າບາຕ" ແລະ "ການທໍາບຸນ"

ກອນ “ເຂົ້າບາຕ” ແລະ “ການທໍາບຸນ”

Published on

 04la394

              ເຂົ້າບາຕ

ກອນຮ່າຍ,ລໍາ ” ກອນສິບ “

ຕັກບາຕ ພໍຜ່ານພົ້ນ…ບາງຄົນລຸກ ຢືນໂຕ

ບາງຄົນ ໂມທະນາ…ຍົກໃສ່ ເກສາເກົ້າ

ບາງຄົນ ຈົກເອົາເຂົ້າ…ຕິດຕາມເສົາ ຕ້າຍປ່່ອງ

ທານເຜຕຜີ ພວກພ້ອງ…ຜອງເຊື້ອ ເພື່ອບໍ່ມີ

 

ພວກວິນຍານ ໝູ່ນີ້…ທີ່ທຽວທ່ອງ ໄປມາ

ກາຍເປັນ ອາສູຣະ…ຍາຕບໍ່ມາ ທານທອດ

ຮອດເມື່ອວັນ ສິລສ້າງ…ພາງກັນຄາງ ອ້ອຍອິ່ງ

ພາກັນວິ້ງ ແລ່ນເຕັ້ນ…ເປັນວໍ້ ພໍ້ເຄື່ອງຂອງ

 

ເຂົ້າບາຕເຫຼືອ ພີ່ນ້ອງ…ຢ່າລືມຜ່ອງຊຸມຜີ

ທານເຂົາມີ ຄວາມສຸຂ…ທຸກຂ໌ບໍ່ກາຍ ມາໃກ້

ບຸນຍ໌ຜລາ ຊິພາໃຫ້…ໄປຊູອວນ ຊ້ວນຊ່ວຍ

ຍາມເຮົາມຸດ ມອດມ້ວຍ…ບຸນຍ໌ຊິຊ້ວຍ ສົ່ງສູງ!

 

ແກ້ວ ຊຸ່ມ ເພັນ ມຸ້ງໜ້າ…ໄປຫາຍ່າ ຈໍາປາ

ຫົວໜ້າຄຸມ ເຄຫາສ໌…ແຕ່ງພາ ຈັ່ງຫັນເຊົ້າ

ອາຫານຫວານ ຄາວເຂົ້າ…ຍາຕໂຍມເຂົາ ເອົາໃສ່

ທັງເຂົ້າຕອກ ດອກໄມ້…ຫຼາຍລົ້ນ ເລີຖປະມານ

 

ຈັດສັນເສັດ ຮຽບຮ້ອຍ…ເອີ້ນຄົນຊ່ອຍ ຊຸມຊາຍ

ຍົກພາຫວາຍ ໄປເຄນ…ຕໍ່ພຣະເນນ ຈົວນ້ອຍ

ມີທັງກອຍ ມັນດ້າງ…ພາງໝາກນອຍ ປາປົ່ນ

ມີທັງປີ້ງ ໄກ່ໂຈ້ນ…ຜົລໄມ້ ໝາກແຕງ

 

ມີທັງແກງ ທັງຂົ້ວ…ຊີ້ນງົວອ່ອນ ປາເຜົາ

ທັງລາບເທົາ ຫົວຫອຍ…ກ້ອຍກຸ້ງ-ປາ ຊິວອ້າວ

ປີ້ງປາຂາວ ປາແຂ້…ລວກດອກແຄ ຂ່າອ່ອນ

ສົ້ມປາພອນ ແຈ່ວຈ້ໍາ…ໝົກໝ້ໍາ ແລະ ແຈ່ວບອງ

 

ຝອຍທອງ ຂອງຫວານຖ້ວຍ…ກ້ວຍງ້າວໄຂ່ ຂຽວເຫຼືອງ

ທຸກເຍື່ອງ ລ້ວນຍໍຍົກ…ພ້ອມໂຕກຂັນ ໂຖນໍ້າ

ຖ້ວຍຊາມຈານ ຈັດຖ້າ…ຜ້າເຊັດມື ສ້ອມບ່ວງ

ຫໍແຈກກ້ວາງ ຕໍ່ກ້ວາງ…ເປັນລວງຕັ້ງ ຍື່ນຍາວ

 

ພຣະເນນຈົວ ສັນເຂົ້າ…ແມ່ຂາວນັ່ງ ຈັດຂອງ

ເກັບເງິນທອງ ຂອງທານ…ແຍກຈາກກັນ ມັນມົ້ວ

ມີທັງຫົວ ມັນດ້າງ…ບ້າງໃສ່ເງິນ ໃໝ໊ໃໝ່

ມີທັງຊໍ່ ດອກໄມ້…ມະລັຍກົ້ວ ກິ່ນຫອມ

 

ສາວສາວ ພາກັນລ້ອມ…ພ້ອມຈັດໃສ່ ໃນພານ

ຈໍາປາບານ ດາວເຮືອງ…ກີບດອກເຫຼືອງ ຫອມເອົ້າ

ອຸບົລບານ ຄັດເຄົ້າ…ຈໍາປາຂາວ ແດງອ່ອນ

ອິນທວາ ດອກຊ້ອນ…ສະອອນປ້າ ບາດທ່າແນມຯ

 

ປະພັນທ໌ໂດຍ:  ຂຽດຂາຄໍາ ທັມມະວົງສາ.

>>ຂອບໃຈ https://sites.google.com/site/laopoemsandbooks/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...