Homeຂ່າວພາຍ​ໃນກຽມວາງສະແດງ ຜົນສຳເລັດການພັດທະນາ ເສດຖະກິດ-ສັງຄົມ

ກຽມວາງສະແດງ ຜົນສຳເລັດການພັດທະນາ ເສດຖະກິດ-ສັງຄົມ

Published on

khem

ຂປລ.  ກະຊວງອຸດສາຫະກຳ-ການຄ້າ ໄດ້ກະກຽມການວາງສະແດງຜົນສຳເລັດການພັດທະນາເສດຖະ ກິດ-ສັງຄົມ ແລະ ສິນຄ້າ ທີ່ເປັນຜະລິດຕະພັນ, ສີໄມ້ລາຍມື ຂອງຄົນລາວ ໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຂອງຊາດ.

ກອງປະຊຸມປຶກສາຫາລືການກະກຽມວາງສະແດງຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສິນຄ້າ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2015 ເພື່ອກະກຽມ ສະເຫລີມສະຫລອງສອງວັນປະຫວັດສາດ ໃນປີ 2015 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໂດຍ ການເປັນປະທານຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຈັດງານວາງສະແດງຜົນສຳເລັດ ການພັດທະນາເສດຖະກິດ-ສັງຄົມ ແລະ ສິນຄ້າ ເພື່ອກຽມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ເຊິ່ງຈະໄດ້ຈັດຂຶ້ນໃນກາງເດືອນມີນາ 2015 ແລະ 40 ປີ ແຫ່ງການສະຖາປະນາ ສປປ ລາວ ເຊິ່ງ ຈະຈັດຂຶ້ນໃນຕົ້ນເດືອນທັນວາ 2015 ແລະ ພ້ອມກັນປຶກສາຫາລື ກ່ຽວກັບວິທີການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອເຮັດໃຫ້ງົບ ປະມານທີ່ຈະມາຮອງຮັບຫລຸດລົງຄື: ພິທີເປີດງານ, ວຽກໂຄສະນາ ແລະ ອື່ນໆ, ພິຈາລະນາຮັບ ຮອງເອົາແຜນການໃຊ້ຈ່າຍ ເພື່ອສະເໜີຂໍນຳລັດຖະບານ ແລະ ຫາລືກ່ຽວກັບ ການປະກອບສ່ວນ ຂອງບັນດາຂະແໜງການ ໃນການນຳສະເໜີຜົນສຳເລັດທາງດ້ານສັງຄົມ ແລະ ສິນຄ້າ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...