spot_img
Homeຂ່າວຕ່າງປະເທດແບນ​ຊິກ ໂຈມ​ຕີ​ຜູ້​ຕ້ອ​ງ​ສົງ​ໄສ​ກໍ່​ການ​ຮ້າຍ ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ

ແບນ​ຊິກ ໂຈມ​ຕີ​ຜູ້​ຕ້ອ​ງ​ສົງ​ໄສ​ກໍ່​ການ​ຮ້າຍ ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ

Published on

EyWwB5WU57MYnKOuFNAkXALlKAlZIJ7GU8ovkXZJ7s4rKWBC9RwBW5

ຕຳ​ຫລວດ​ແບນ​ຊິກ ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ບຸກ​ອາ​ພາດ​ເມັ້ນ​ແຫ່ງ​ໜຶ່ງ ໃນ​ເມືອງ​ທາງ​ພາກ​ຕາ​ເວັນ​ອອກ ປະ​ທະ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 16 ມັງ​ກອນ​ນີ້​ວ່າ ໃນ​ມື້​ວັນ​ພະ​ຫັດ​ທີ 15 ມັງ​ກອນ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ແບນ​ຊິກ ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ບຸກ​ໂຈມ​ຕີ​ອາ​ພາດ​ເມັ້ນ​ແຫ່ງ​ໜຶ່ງ ເຊິ່ງ​ມີ​ຜູ້​ຕ້ອງ​ສົງ​ໄສ​ທີ່​ກ່ຽວ​ຂ້ອງ​ກັບ​ກຸ່ມ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ ໃນ​ເມືອງ​ເວີ​ວິ​ເຢ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ແລະ ເກີດ​ການ​ຕໍ່​ສູ້​ກັນ​ຂຶ້ນ ເຊິ່ງ​ຕາມ​ການ​ລາຍ​ງານ​ຂອງ​ແຫລ່ງ​ຂ່າວ​ພາຍ​ໃນ​ແບນ​ຊິກ​ໄດ້​ລະ​ບຸ​ວ່າ ມີ​ຜູ້​ຕ້ອງ​ສົງ​ໄສ​ຖືກ​ເຈົ້າ​ໜ໊າ​ທີ່​ວິ​ສາ​ມັນ 2 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 1 ຄົນ ໂດຍ​ສາ​ມາດ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ອີກ​ຫລາຍ​ຄົນ.

ການ​ບຸກ​ຈັບ​ກ​ຸມ​ຜູ້​ກໍ່​ການ​ຮ້າຍ​ໃນ​ຄັ້ງ​ນີ້ ເກີດ​ຂຶ້ນ​ຫລັງ​ຈາກ​ໄອ​ຍະ​ການ​ແບນ​ຊິກ ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ ເຈົ້າ​ໜ໊າ​ທີ່​ຕຳ​ຫລວດ​ໄດ້​ຈັບ​ກຸມ​ຊາຍ​ຄົນ​ໜຶ່ງ​ໃນ​ຖາ​ນະ​ຜູ້​ຕ້ອງ​ສົງ​ໄສຈັດ​ຫາ​ອາ​ວຸດ​ໃຫ້ ທ້າວ ອາ​ເມ​ດີ ດູ​ລີ​ບາ​ລີ ຜູ້​ກໍ່​ເຫດ​ຈັບ​ຕົວ​ປະ​ກັນ​ໃນ​ຫ້າງ​ສັບ​ພະ​ສິນ​ຄ້າ​ໃນ​ນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ ໂດຍ​ໄດ້​ສັງ​ຫານ​ຕົວ​ປະ​ກັນ​ໄປ 4 ຄົນ ໃນ​ອາ​ທິດ​ທີ່​ຜ່ານ​ມາ.

NjpUs24nCQKx5e1DGz2xDT5iZXf4ZDQdh0NKfvx11OD

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...