Homeຄົມຄິດຄົມຄົນຄຳສຸພາສິດກອນ "ແມງເມົ່າ ກັບແສງໄຟ"

ກອນ “ແມງເມົ່າ ກັບແສງໄຟ”

Published on

images                   

                                      ແມງເມົ່າ

                          ກອນອ່ານ “ກອນສິບ”

ກະບອງແຍງ ເຍືອງໄຕ້…ໄຟສວ່າງ ສີແສງ

ແມງເມົ່າແຍງ ຍາມເຫັນ…ເດັ່ນສໄວ ໃຈໂອ້!

ສັງມາໂສ ພາຜ້ຽງ……………ພຽງເພີນແລ ເຫຼືອດລໍ່າ

ໃຈຖລໍາ ແລ່ນລິ້ວ……….ຫິວໄຫ້ ຮ່ອນຜວາ

ແປວໄຟແຮງ ຮຸ່ງກ້າ….ເກີນສງ່າ ພາຝັນ

ອົກກະສັນຕ໌ ເຊີຍຊົມ………ຢາກດູດດົມ ໂລມລູບ

ຮູບຮ່າງຮຽວ ຮູນເຮົ້າ……..ຮົມມຶນເມົາ ແມງເມົ່າ

ຫຼົງລືມຄາວ ຄິດຄ້ອຍ…….ຊອຍຊ້ອນ ປີກຜວາ

ໄຟຮ້ອນແຮງ ຮຸ່ງຈ້າ……..ໂບຍບິນຜ່າ ມາຊົນ

ໄຟລວກລົນ ຫຼັງລຸກ…………..ແລ້ວລວດເລີຍ ລາມໄໝ້

ແມງເມົ່າຫງາຍ ເງີຍຮ້ອງ…..ຂົນຂາພອງ ອ້າວໂອ່

ຕາຍຍ້ອນໂຕ ໂງ່ຈ້າ…ປັນຍາປູ້ ບໍ່ດູ!

ໝູ່ເຈົ້າສາວ-ບ່າວນ້ອຍ…………..ຄ່ອຍຄິດ ຄນິງຫວນ ແດ່ເນີ

ຢ່າດ່ວນ ຕັດສີນໃຈ………..ໃຫ້ໄຕ່ຕອງ ຕາມເຫຕ

ຢ່າເຮັດຄື ຄົນຈ້າ………..ເມົາຕັນຫາ ຫົວປິ່ນ

ຫຼົງລືມບິນ ບອດໄບ້…………………ໄຟຊີໄໝ້ ດັ່ງແມງ ເມົ່າຕາຍ ຯ

ປະພັນທ໌ໂດຍ: ຂຽດຂາຄໍາ ທັມມະວົງສາ.

>>ຂອບໃຈ https://sites.google.com/site/laopoemsandbooks/home/poetry/korn-lao/h-2/k

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...