Homeຂ່າວພາຍ​ໃນຈີນຊະນະ! ຜ່ານເຂົ້າສູ່ຮອບກ່ອນຊີງຊະນະເລີດ ໃນລາຍການບານເຕະ ເອຊ່ຽນຄັພ2015

ຈີນຊະນະ! ຜ່ານເຂົ້າສູ່ຮອບກ່ອນຊີງຊະນະເລີດ ໃນລາຍການບານເຕະ ເອຊ່ຽນຄັພ2015

Published on

download

ລາຍການບານເຕະ ເອຊ່ຽນຄັພ2015 ທີ່ອອສເຕຣເລຍ ຮອບແບ່ງກຸ່ມນັດທີ່ 2 ກຸ່ມ B ຈິນ ພົບກັບອຸຊເບກິສຖານ ທີ່ ບຣິສເບນ ຊຶ່ງທັງ 2 ທີມຕ່າງກໍ່ຊະນະມາໃນນັດທໍາອິດ ນັດນີ້ທີມໃດຊະນະຈະໄດ້ຜ່ານເຂົ້າຮອບກ່ອນຊິງຊະນະເລີດທັນທີ.

ນາທີ 22 ອຸຊເບກິສຖານ ເປັນຜ່ານໄດ້ປະຕູຂຶ້ນນໍາກ່ອນ ໂອດິລ ອັຄຫ໌ເມດອຟ ຍິງບານໄປສະແລັບນັກເຕະຈິນເຂົ້າປະຕູໄປ ຈົບເຄີ່ງເວລາທີ່ໜຶ່ງ ອຸຊເບກິສຖານ1 – 0 ຈີນ.

ເຄີ່ງເວລາຫຼັງນາທີ 55 ຈີນນໍາຕີສະເໝີໄດ້ສໍາເລັດຈາກ ວູຊີ ສະເໝີກັນ 1-1

ນາທີ ທີ່ 68 ຈີນມາໄດ້ປະຕູທີ່ 2 ຈາກ ຊຸນ ເຄີ ໝົດເວລາຈິນ ພິກກັບມາເອົາຊະນະອຸຊເບກິສຖານ 2-1, ຈີນແຂ່ງ 2 ນັດຊະນະລວດ ມີ 6 ຄະແນນຜ່ານເຂົ້າຮອບກ່ອນຮອງຊະນະເລີດແນ່ນອນແລ້ວ ສ່ວນອຸຊເບກິສຖານ ຕ້ອງໄປລຸ້ນເຂົ້າຮອບໃນນັດສຸດທ້າຍ.

ອີກຄູໃນກຸ່ມດຽວກັນ ຊາອຸດິອາຣະເບຍ ພົບກັບເກົາຫຼີເໜືອຊຶ່ງທັງສອງ ທີມເສຍມາ ນັດທໍາອິດ ຍັງບໍ່ມີຄະແນນ ນັດນີ້ຕ່າງຝ່າຍກໍ່ຕ້ອງການໃຊຊະນະເພື່ອລຸ້ນເຂົ້າຮອບ

ນາທີທີ່ 11 ເກົາຫຼີເໜືອເປັນຝ່າຍຂຶ້ນນໍາກ່ອນ 1-0 ຈາກຮ່າງຍອງຈີ

ນາທີທີ່ 37 ນາອິຟ ຮາຊາຊີ່ ຕີປະຕູສະເໝີໃຫ້ກັບ ຊາອຸດິອາຣະເບຍ ໄດ້ສໍາເລັດ ໝົດເວລາເຄີ່ງເວລາທີ່ໜຶ່ງ ສະເໝີ 1-1

ເຄີ່ງຫຼັງ ນາທີທີ່ 52 ໂມຮັມເມ໊ດ ອັລ ຊາຫ໌ລາວີ ຍິງປະຕູໃຫ້ ຊາອຸດິອາຣະເບຍ ຂຶ້ນນໍາ 2-1

ອີກ 2 ນາທີຕໍ່ມາ ອັລ ຊາຫ໌ລາວີ ຍິງປະຕູທີ່ 2 ຂອງເຂົາໃນນັດນີ້ໃຫ້ກັບ ຊາອຸດິອາຣະເບຍ ນໍາຫ່າງເປັນ 3-1

ນາທີທີ່ 77 ຣີຍອງຈິກ ນັກເຕະເກົາຫຼີເໜືອ ເອົາມືປັດບານບໍ່ໃຫ້ເຂົ້າປະຕູໂຕເອງ ຖືກໃບແດງໄລອອກຈາກສະໜາມ ຊາອຸດິອາຣະເບຍໄດ້ຈຸໂທດ ນາວາຟອັນອາບິດ ຍິງບານໄປຕໍາເສົາ ແຕ່ຍັງນໍາມາຊໍ້າໄດ້ໝົດເວລາ ຊາອຸດິອາຣະເບຍ ຊະນະ 4 – 1 ເກົາຫຼີເໜືອ ໄປລຸ້ນເຂົ້າຮອບນັດສຸດທ້າຍກັບ ອຸຊເບກິສະຖານ ໃນວັນອາທິດນີ້.

>> ຂອບໃຈhttp://sports.ch7.com/detail/104584/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...